ພາສາລາວ

ຈີນກາຍເປັນຕະຫຼາດສຳຄັນຂອງໝາກຖົ່ວລຽນມາເລເຊຍ

cri2024-02-06 15:04:56
Share
Share this with Close
Messenger Pinterest LinkedIn

ວັນທີ 5 ກຸມພານີ້, ທ່ານອາຮາມັດ ຟາເດວ ອິດສະໄມ ກົງສຸນໃຫຍ່ຂອງສະຖານກົງສຸນມາເລເຊຍປະຈຳນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນກ່າວວ່າ: ໂດຍຜ່ານການພັດທະນາເປັນໄລຍະຫຼາຍປີ, ຈີນໄດ້ກາຍເປັນຕະຫຼາດສຳຄັນຂອງໝາກຖົ່ວລຽນມາເລເຊຍ. ປີ 2024, ມາເລເຊຍ ແລະ ຈີນພວມຊຸກຍູ້ອະນຸມັດໃຫ້ມາເລເຊຍສົ່ງອອກໝາກຖົ່ວລຽນສົດຕໍ່ປະເທດຈີນ, ເພື່ອເປີດຕະຫຼາດໝາກຖົ່ວລຽນຂອງຈີນຕື່ມອີກ.

ທ່ານອາຮາມັດ ຟາເດວ ອິດສະໄມ ກ່າວຕື່ມວ່າ: ມາເລເຊຍສົ່ງອອກຜະລິດຕະພັນໝາກຖົ່ວລຽນແຊ່ເຢັນປັນຄັ້ງທຳອິດເມື່ອປີ 2011, ຫຼັງຈາກນັ້ນໄດ້ເຊັນສັນຍາສົ່ງອອກສະບັບໃໝ່ກັບຈີນ, ອະນຸມັດມາເລເຊຍຂາຍໝາກຖົ່ວລຽນແຊ່ເຢັນຢູ່ປະເທດຈີນເລີ່ມແຕ່ເດືອນພຶດສະພາປີ 2019. ນັບມາຮອດເດືອນກັນຍາປີ 2023, ມູນຄ່າຊື້ຂາຍໝາກຖົ່ວລຽນລະຫວ່າງມາເລເຊຍກັບຈີນບັນລຸຫຼາຍກວ່າ 182 ລ້ານໂດລາສະຫະລັດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຂະແໜງການໂຄມໄຟຊຸກຍູ້ການພັດທະນາຂອງເຂດພູດອຍ

123全文 3 下一页

Share this story on

Messenger Pinterest LinkedIn