ພາສາລາວ

ກຳປູເຈຍ:ຈີນໄດ້ເສີມຂະຫຍາຍບົດບາດສຳຄັນໃນໂຄງປະກອບການຄ້າຫຼາຍຝ່າຍ

cri2024-02-02 11:17:42
Share
Share this with Close
Messenger Pinterest LinkedIn

ວັນທີ28ກຸມພານີ້, ກອງປະຊຸມລະດັບລັດຖະມົນຕີຄັ້ງທີ 13 ຂອງອົງການການຄ້າໂລກສືບຕໍ່ດຳເນີນຢູ່ນະຄອນຫຼວງອາບູດາບີຂອງສະຫະລັດອາຣັບ ເອມີເຣດ. ທ່ານຊົກ ໂຊພີກ ເລຂາລັດຖະກິດກະຊວງການຄ້າລາຊະອານາຈັກກຳປູເຈຍໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ວ່າ: ຈີນໄດ້ປະກອບສ່ວນທີ່ສຳຄັນເຂົ້າໃນການປົກປັກຮັກສາໂຄງປະກອບການຄ້າຫຼາຍຝ່າຍ, ກຳປູເຈຍຈະສືບຕໍ່ລົງເລິກການພົວພັນຮ່ວມມືກັບຈີນ.

ທ່ານຊົກ ໂຊພີກກ່າວຕື່ມວ່າ: ໃນຫຼາຍປີມໍ່ໆມານີ້,ພວກເຮົາໄດ້ເປິກສາຫາລືກ່ຽວກັບສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ເຊິ່ງເປັນການຄ້ຳປະກັນທີ່ແຂງແຮງໃຫ້ແກ່ໂຄງປະກອບການຄ້າຫຼາຍຝ່າຍເສີມຂະຫຍາຍບົດບາດໃນພາກພື້ນ, ຈີນໄດ້ໃຫ້ການສະໜັບສະໜູນຢ່າງຫຼວງຫຼາຍເຂົ້າໃນຂະບວນການດັ່ງກ່າວ. ຈີນໄດ້ເສີມຂະຫຍາຍບົດບາດສຳຄັນເຂົ້າໃນການຄ້າຫຼາຍຝ່າຍ ແລະ ການພັດທະນາການຄ້າເສລີໃນພາກພື້ນ.

ທ່ານຊົກ ໂຊພີກກ່າວຕື່ມອີກວ່າ: ກຳປູເຈຍແມ່ນຄູ່ຮ່ວມມືກັບຈີນເພື່ອຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ພວກເຮົາໄດ້ສັບຊ້ອນເອົາການ ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເຊື່ອມໂຍງເຂົ້າກັບຍຸດທະສາດແຫ່ງຊາດຂອງກຳປູເຈຍ, ສອງປະເທດຈະຮ່ວມມືກັນໃນຂົງເຂດການເມືອງ, ຄວາມສາສມາດການຜະລິດ, ກະສິກຳ, ພະລັງງານ, ຄວາມໝັ້ນຄົງ ແລະວັດທະນະທຳຢ່າງເລິກເຊິ່ງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໝາກເຜັດໄດ້ຊຸກຍູ້ການຟື້ນຟູເສດຖະກິດຂອງຊົນນະບົດ

123全文 3 下一页

Share this story on

Messenger Pinterest LinkedIn