ພາສາລາວ

ສະຫະພັນສື່ມວນຊົນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ສ້າງຕັ້ງຂຶ້ນຢູ່ນະຄອນຫຼວງປັກກິ່ງ

cri2024-02-01 14:49:19
Share
Share this with Close
Messenger Pinterest LinkedIn

ວັນທີ 31 ມັງກອນທີ່ຜ່ານມາ, ສະຫະພັນສື່ມວນຊົນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ທີ່ລິເລີ່ມໂດຍສູນໂຄສະນາເຜີຍແຜ່ສາກົນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ແຂວງຢູນນານ ແລະ ສຳນັກງານຂ່າວໜັງສືພິມຈີນລາຍວັນສາຂາອາຊີປາຊີຟິກນັ້ນ ໄດ້ສ້າງຕັ້ງຂຶ້ນຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ. ສະຫະພັນດັ່ງກ່າວມີຈຸດປະສົງເພື່ອເສີມຂະຫຍາຍທ່າແຮງຂອງແຂວງຢູນນານໃນການເປີດປະຕູສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ລົງເລິກການຮ່ວມມືລະຫວ່າງສື່ມວນຊົນຂອງຈີນກັບອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ສົ່ງເສີ່ມການເຊື່ອມສາຍພົວພັນທາງຈິດໃຈຂອງປະຊາຊົນ, ຊ່ວຍການພັດທະນາເສດຖະກິດສັງຄົມຂອງພາກພື້ນ.

ຕາມຂ່າວແຈ້ງວ່າ: ສະຫະພັນດັ່ງກ່າວໄດ້ເຊື້ອເຊີນສື່ມວນຊົນສຳຄັນຂອງປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ສະມາຄົມນັກຂ່າວ, ອົງການຂ່າວ ແລະອື່ນໆເຂົ້າຮ່ວມ, ຈະລົງເລິກການຮ່ວມມືໃນດ້ານການຊົມໃຊ້ເວທີ ແລະ ຊັບພະຍາກອນຮ່ວມກັນ, ການຊຸກຍູ້ການປະດິດສ້າງໃໝ່ດ້ານເຕັກໂນໂລຊີ, ຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນ ແລະອື່ນໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ບັນຍາກາດບຸນກຸດຈີນນັບມື້ນັບເຂັ້ມຂຸ້ນ

ເມືອງເກົ່າຮຸ່ຍໂຈ່ວແຂວນໂຄມໄຟສີແດງເພື່ອຕ້ອນຮັບບຸນກຸດຈີນ

123全文 3 下一页

Share this story on

Messenger Pinterest LinkedIn