ພາສາລາວ

ທ່ານວາງຮູ້ນີງພົບປະກັບປະທານສູນກາງແນວລາວສ້າງຊາດ

cri2024-01-23 12:38:35
Share
Share this with Close
Messenger Pinterest LinkedIn

ທ່ານວາງຮູ້ນີງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ປະທານສະພາເປີກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ພົບປະກັບທ່ານສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສູນກາງແນວລາວສ້າງຊາດຢູ່ນະຄອນຫຼວງປັກກິ່ງໃນວັນທີ 22 ມັງກອນນີ້.

ທ່ານວາງຮູ້ນີງກ່າວວ່າ: ປີນີ້ແມ່ນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວສ້າງຕັ້ງຂຶ້ນຄົບຮອບ 15 ປີ, ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຍິນດີຮ່ວມກັບສູນກາງແນວລາວສ້າງຊາດຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳສູງສຸດຂອງສອງພັກສອງລັດ, ສ້າງ ແລະ ນຳໃຊ້ກົນໄກຮ່ວມມືໃຫ້ດີ, ເພື່ອເພີ່ມພະລັງທີ່ສ້າງສັນໃຫ້ຫຼາຍກວ່າເກົ່າເຂົ້າໃນການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ພັດທະນາຢ່າງໝັ້ນທ່ຽງ ແລະ ຍາວນານ.

ທ່ານສິນລະວົງ ຄຸດໄພທູນກ່າວວ່າ: ລາວຍຶດໝັ້ນຫຼັກການປະເທດຈີນດຽວຢ່າງສະເໝີຕົ້ນສະເໝີປາຍ, ໃຫ້ຄວາມສຳຄັນຢ່າງສູງຕໍ່ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ຍິນດີເພີ່ມທະວີການແລກປ່ຽນ, ການຕິດຕໍ່ພົວພັນ ແລະ ແບ່ງປັນບົດຮຽນກັບສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ, ເສີມສ້າງພື້ນຖານດ້ານປະຊາມະຕິລະຫວ່າງສອງປະເທດ, ປະກອບສ່ວນອັນໃໝ່ໃຫຍ່ຫຼວງກວ່າເກົ່າເຂົ້າໃນການພັດທະນາສາຍພົວພັນສອງປະເທດຕື່ມອີກ.

ພາຍຫຼັງການພົບປະ, ທ່ານວາງຮູ້ນີງ ແລະ ທ່ານສິນລະວົງ ຄຸດໄພທູນໄດ້ເຂົ້າຮ່ວມພິທີເຊັນສັນຍາຮ່ວມມືລະຫວ່າງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ ແລະ ສູນກາງແນວລາວສ້າງຊາດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຂ່າວປະກອບຮູບ: ຈີນພັດທະນາພະລັງງານສະອາດ ເພື່ອຊຸກຍູ້ການພັດທະນາແບບສີຂຽວ ແລະ ປ່ອຍກາກບອນຕ່ຳ

123全文 3 下一页

Share this story on

Messenger Pinterest LinkedIn