ພາສາລາວ

ຈີນ ແລະລາວຮ່ວມກັນຮັກສາຄວາມປອດໄພດ້ານນິເວດ ແລະຮ່ວມກັນປ້ອງກັນສັດຕູພືດປ່າໄມ້ ແລະຫຍ້າຢູ່ເຂດຊາຍແດນ

cri2024-01-21 15:30:54
Share
Share this with Close
Messenger Pinterest LinkedIn

ວັນທີ 20 ມັງກອນນີ້, ພະແນກປ່າໄມ້ ແລະທົ່ງຫຍ້າເມືອງຜູເອີແຂວງຢຸນນານຈີນໄດ້ເປີດເຜີຍວ່າ: ວັນທີ 18 ມັງກອນນີ້, ພະນັກງານທີ່ກ່ຽວຂ້ອງຈາກພາກສ່ວນກະສິກຳ ແລະປ່າໄມ້ຂອງເມືອງຜູເອີຈີນ ແລະແຂວງຜົ້ງສາລີລາວໄດ້ເຕົ້າໂຮມກັນຢູ່ ຫຼັກໝາຍຊາຍແດນຈີນ-ລາວທີ່ຕັ້ງຢູ່ດ່ານເມືອງຄຳເມືອງຈ່ຽງເສິງແຂວງຢຸນນານຈີນ, ຜ່ານການບໍລິຈາກອຸປະກອນການຊ່ວຍເຫຼືອໃນການປ້ອງກັນ ແລະຄວບຄຸມສັດຕູພືດປ່າໄມ້ ແລະຫຍ້າ ແລະການຝຶກອົບຮົມດ້ານເຕັກນິກ, ຈີນ ແລະລາວໄດ້ຮ່ວມກັນຊຸກຍູ້ການຮ່ວມມືດ້ານປ່າໄມ້, ຮ່ວມກັນປົກປັກຮັກສາຄວາມປອດໄພດ້ານລະບົບນິເວດ ແລະຮ່ວມກັນປ້ອງກັນສັດຕູພືດປ່າໄມ້ ແລະຫຍ້າຢູ່ເຂດຊາຍແດນ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ເພື່ອຈັດຕັ້ງປະຕິບັດ “ບົດບັນທຶກຊ່ວຍຈຳວ່າດ້ວຍການປ້ອງກັນ ແລະຄວບຄຸມສັດຕູພືດປ່າໄມ້ ແລະຫຍ້າຮ່ວມກັນ” ທີ່ສອງປະເທດໄດ້ເຊັນກັນໃນເດືອນກໍລະກົດປີ 2023 ໃຫ້ດີ, ຈີນໄດ້ບໍລິຈາກອຸປະກອນປ້ອງກັນ ແລະຄວບຄຸມສັດຕູພືດທີ່ມີມູນຄ່າ 150.400 ຢວນໃຫ້ແກ່ພະແນກກະສິກຳ ແລະປ່າໄມ້ແຂວງຜົ້ງສາລີລາວ ແລະໄດ້ດຳເນີນການຝຶກອົບຮົມດ້ານເຕັກນິກທີ່ກ່ຽວຂ້ອງໃຫ້ລາວ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ສະຖານີວິທະຍຸໂທລະພາບສູນກາງຈີນຫຼືCMGເປີດເຜີຍປ້າຍໂຄສະນາງານລາຕີສະຫຼອງບຸນກຸດຈີນປີ 2024

123全文 3 下一页

Share this story on

Messenger Pinterest LinkedIn