ພາສາລາວ

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານຫຼີຊູ່ເຫຼີຍ

CRI2024-01-11 16:06:29
Share
Share this with Close
Messenger Pinterest LinkedIn

ວັນທີ 10 ມັງກອນນີ້, ຢູ່ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານຫຼີຊູ່ເຫຼີຍ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນທີ່ໄດ້ເດີນທາງໄປຢ້ຽມຢາມລາວ.

ທ່ານຫຼີຊູ່ເຫຼີຍກ່າວວ່າ, ໃນເດືອນຕຸລາປີ 2023 ແລ້ວນີ້, ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຈີນແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວໄດ້ຮ່ວມກັນລົງນາມໃນແຜນດຳເນີນງານ 5 ປີຕໍ່ໜ້າຂອງການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ເຊິ່ງໄດ້ໃຫ້ການຊີ້ນຳດ້ານຍຸດທະສາດແກ່ການພັດທະນາດ້ານການພົວພັນລະຫວ່າງຈີນ-ລາວ. ຈີນຍິນດີຮ່ວມກັນກັບລາວໃນການສ້າງຄູ່ຮ່ວມຊາຕາກຳຈີນ-ລາວທີ່ມີມາດຕະຖານ, ຄຸນນະພາບແລະລະດັບສູງ, ເພື່ອສ້າງແບບຢ່າງອັນຕັ້ງໜ້າໃຫ້ແກ່ການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ທ່ານທອງ ລຸນ ສີສຸລິດໄດ້ຝາກຄວາມຢື້ຢາມຖາມຂ່າວອັນດີງາມໄປຍັງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນຜ່ານທ່ານຫຼີຊູ່ເຫຼີຍ, ທ່ານກ່າວວ່າ: ລາວໃຫ້ຄວາມສຳຄັນສູງຕໍ່ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ຍິນດີເພີ່ມທະວີການແລກປ່ຽນດ້ານທິດສະດີແລະບົດຮຽນຂອງການບໍລິຫານພັກແລະລັດກັບຈີນ, ເສີມຂະຫຍາຍບົດບາດຊຸກຍູ້ທີ່ສຳຄັນຂອງທາງລົດໄຟລາວ-ຈີນໃຫ້ດີ, ຊຸກຍູ້ການຮ່ວມມືຕົວ່ຈິງດ້ານເສດຖະກິດການຄ້າ, ວັດທະນະທຳ, ການທ່ອງທ່ຽວ, ແລະຂົງເຂດອື່ນໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ກຳປັ່ນທ່ອງທ່ຽວຂະໜາດໃຫຍ່ລຳທຳອິດທີ່ຜະລິດໂດຍຈີນເລີ່ມການເດີນເຮືອຄັ້ງທຳອິດ

ຄຳອວຍພອນປີໃໝ່ຂອງທ່ານ ສີຈິ້ນຜິງ

123全文 3 下一页

Share this story on

Messenger Pinterest LinkedIn