ພາສາລາວ

ໄທຈະສັກວັກຊີນຕ້ານໄຂ້ຫວັດໃຫຍ່ໃຫ້ແກ່ບຸກຄົນທີ່ປະກອບອາຊີບໃນຂະແໜງການທ່ອງທ່ຽວ

CRI2024-01-09 15:02:12
Share
Share this with Close
Messenger Pinterest LinkedIn

ວັນທີ 8 ມັງກອນນີ້, ທ່ານສົມໃຈ, ຜູ້ອຳນວຍການໃຫຍ່ສູນຄວບຄຸມພະຍາດຂອງກະຊວງສາທາລະນະສຸກປະເທດໄທກ່າວວ່າ: ສູນຄວບຄຸມພະຍາດຈະມີການກະກຽມສັກວັກຊີນຕ້ານໄຂ້ຫວັດໃຫຍ່ໃຫ້ແກ່ບຸກຄົນທີ່ປະກອບອາຊີບໃນຂະແໜງການທ່ອງທ່ຽວ.

ທ່ານສົມໃຈກ່າວວ່າ: ມາດຕະການນີ້ມີຈຸດປະສົງເພື່ອເຮັດໃຫ້ການແຜ່ລະບາດຂອງເຊື້ອພະຍາດຫຼຸດໜ້ອຍລົງ, ເພື່ອຮັບປະກັນການພັດທະນາທີ່ດີຂອງຂະແໜງການທ່ອງທ່ຽວ, ຍ້ອນວ່າໃນປີ 2023 ມີການລາຍງານກ່ຽວກັບກໍລະນີຕິດເຊື້ອໄຂ້ຫວັດໃຫຍ່ຕະຫຼອດປີ.

ຕາມສະຖິຕິຈາກສູນຄວບຄຸມພະຍາດຂອງໄທລະບຸວ່າ, ໃນປີ 2023 ແລ້ວນີ້ຢູ່ໄທລວມມີການລາຍງານກໍລະນີໄຂ້ຫວັດໃຫຍ່472.222 ກໍລະນີ, ມີຜູ້ເສຍຊີວິດ 29 ກໍລະນີ, ໃນນັ້ນເຊື້ອພະຍາດໄຂ້ຫວັດໃຫຍ່ສາຍພັນ H1N1 ແມ່ນເຊື້ອພະຍາດຕົ້ນຕໍ.

ທ່ານສົມໃຈກ່າວວ່າ: ບຸກຄົນທີ່ປະກອບອາຊີບຂອງຂະແໜງການທ່ອງທ່ຽວທີ່ຈະໄດ້ຮັບວັກຊີນຕ້ານໄຂ້ຫວັດໃຫຍ່ລວມທັງຜູ້ຂັບລົດຕັກຊີ, ລົດຈັກ, ລົດເມສາທາລະນະ, ຜູ້ເຮັດວຽກຢູ່ໃນໂຮງແຮມ, ຮ້ານອາຫານ, ຄຣັບແລະຮ້ານສະບາ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ກຳປັ່ນທ່ອງທ່ຽວຂະໜາດໃຫຍ່ລຳທຳອິດທີ່ຜະລິດໂດຍຈີນເລີ່ມການເດີນເຮືອຄັ້ງທຳອິດ

123全文 3 下一页

Share this story on

Messenger Pinterest LinkedIn