ພາສາລາວ

ກະຊວງປ້ອງກັນປະເທດ ສປປ ລາວຈະຈັດກິດຈະກຳຕ່າງໆ ເພື່ອຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ

cri2024-01-09 14:33:46
Share
Share this with Close
Messenger Pinterest LinkedIn

ວັນທີ 20 ມັງກອນປີ 2024 ແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ. ໃນລະຫວ່າງວັນທີ 7 ຫາ 20 ມັງກອນນີ້, ກະຊວງປ້ອງກັນປະເທດ ສປປ ລາວຈະຈັດກິດຈະກຳຕ່າງໆ ເຊັ່ນ: ງານສະແດງສິລະປະ, ການຊ້ອມຮົບ, ງານວາງສະແດງເຄື່ອງໃຊ້ທາງການທະຫານ, ງານພົບປະລະຫວ່າງທະຫານນັກຮົບເກົ່າ, ການຍ່າງມາຣາທອນເພື່ອສຸຂະພາບ ແລະອື່ນໆ ເພື່ອເປັນການສະເຫຼີມສະຫຼອງໃຫ້ແກ່ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ. ໂດຍຜ່ານກິດຈະກຳດັ່ງກ່າວ, ຍັງຈະເສີມຂະຫຍາຍບົດບາດແລະກຽດສະຫງ່າຂອງກອງທັບປະຊາຊົນລາວ, ເຮັດໃຫ້ກອງທັບກັບປະຊາຊົນມີຄວາມສາມັກຄີກັນຍິ່ງໆຂຶ້ນ ເຊິ່ງສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງຂອງກຳລັງປ້ອງກັນປະເທດ ສປປ ລາວ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ກຳປັ່ນທ່ອງທ່ຽວຂະໜາດໃຫຍ່ລຳທຳອິດທີ່ຜະລິດໂດຍຈີນເລີ່ມການເດີນເຮືອຄັ້ງທຳອິດ

ຄຳອວຍພອນປີໃໝ່ຂອງທ່ານ ສີຈິ້ນຜິງ

ນະຄອນຈີ່ນຮວາແຂວງເຈີ້ຈ່ຽງຈີນສ້າງຕົນໃຫ້ກາຍເປັນສູນການຄ້າສາກົນ

ເປີດເຜີຍຕ່ອງໂສ້ປັ້ນແຕ່ງຂ່າວປອມກ່ຽວກັບຈີນຂອງອາເມຣິກາ

ໜຶ່ງປີທີ່ຂ້າພະເຈົ້າຢູ່ຈີນ -- ນັກແຕ້ມອີຣານ

ໜຶ່ງປີທີ່ຂ້າພະເຈົ້າຢູ່ຈີນ -- ແມ່ຄົວມົງໂກລີ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn