ພາສາລາວ

ການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຢູ່ຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະ ໄທຄັ້ງທີ 136 ສິ້ນສຸດລົງຢ່າງຈົບງາມ

cri2023-12-23 15:25:16
Share
Share this with Close
Messenger Pinterest LinkedIn

ຕອນເຊົ້າວັນທີ 22 ທັນວາ 2023, ກຳປັ່ນປະຕິບັດກົດໝາຍຂອງ 4 ປະເທດທີ່ເຂົ້າຮ່ວມການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຢູ່ຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະ ໄທຄັ້ງທີ 136 ໄດ້ກັບຄືນຮອດປະເທດຂອງຕົນຢ່າງປອດໄພ. ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຢູ່ຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະ ໄທປະຈຳປີ 2023 ໄດ້ສິ້ນສຸດລົງຢ່າງຈົບງາມ.

ໃນການເຄື່ອນໄຫວຄັ້ງນີ້, ພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດໄດ້ສົ່ງກຳປັ່ນປະຕິບັດກົດໝາຍ 6 ລຳ ແລະ ພະນັກງານ 130 ກວ່າຄົນເຂົ້າຮ່ວມ, ໃຊ້ເວລາ 4 ວັນ 3 ຄືນ, ເດີນເຮືອທັງໝົດໄກຫຼາຍກວ່າ 600 ກິໂລແມັດ. ກອງລາດຕາເວນປະສົມດັ່ງກ່າວໄດ້ປະຕິບັດການເຄື່ອນໄຫວລາດຕະເວນຮ່ວມຢູ່ເຂດລຳແມ່ນ້ຳຈາກເມືອງຈິງຮ່າກິ່ງແຂວງສິບສອງພັ່ນນາຂອງຈີນ ຫາ “ສາມຫຼ່ຽມຄຳ” ຢູ່ລະຫວ່າງຊາຍແດນລາວ, ໄທ, ແລະ ມຽນມາ.

ໃນໄລຍະປະຕິບັດການເຄື່ອນໄຫວດັ່ງກ່າວ, ພາກສ່ວນປະຕິບັດກົດໝາຍທີ່ກ່ຽວຂ້ອງຂອງຈີນ ແລະ ລາວໄດ້ເປິກສາຫາລື ແລະ ກ້າວເຖິງຄວາມຮູ້ທີ່ເປັນເອກະພາບກັນກ່ຽວກັບການປັບປຸງກົນໄກຮ່ວມມືການປະຕິບັດກົດໝາຍດ້ວຍຫຼາຍຮູບການໃຫ້ສົມບູນຂຶ້ນ, ຮ່ວມກັນຕໍ່ຕ້ານອາດຊະຍດາກຳຂ້າມຊາດຢູ່ຕາມລຳແມ່ນ້ຳຂອງ ແລະ ອື່ນໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ແກະສະຫຼັກເທິງນ້ຳກ້ອນແລະຫິມະ ສ້າງໂລກຫິມະແລະນ້ຳກ້ອນໃນລະດູທີ່ໜາວຈັດ

123全文 3 下一页

Share this story on

Messenger Pinterest LinkedIn