ພາສາລາວ

ທ່ານກ່າວຢູນລົງຢ້ຽມຢາມບຣູໄນ

cri2023-12-22 15:24:04
Share
Share this with Close
Messenger Pinterest LinkedIn

ໂດຍຕອບສະໜອງຕາມຄຳເຊີນຂອງສະມາຄົມມິດຕະພາບບຣູໄນ-ຈີນ, ທ່ານກ່າວຢູນລົງ ຮອງປະທານສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ, ຜູ້ອຳນວຍການໃຫຍ່ອົງການກອງທຶນພັດທະນາໂດຍສັນຕິຈີນ ໄດ້ຢ້ຽມຢາມບຣູໄນລະຫວ່າງວັນທີ 21-22 ທັນວານີ້.

ໃນໄລຍະຢ້ຽມຢາມ, ທ່ານກ່າວຢູນລົງໄດ້ຕ້ອນຮັບການເຂົ້າພົບຂອງທ່ານອັບດູນ ມານາຟ ລັດຖະມົນຕີກະຊວງຊັບພະຍາກອນດັ້ງເດີມ ແລະ ການທ່ອງທ່ຽວບຣູໄນ ແລະ ທ່ານເສີນເຈ່ຍຝູ ປະທານສະມາຄົມບຣູໄນ-ຈີນ, ໂດຍໄດ້ແລກປ່ຽນຄວາມເຫັນກ່ຽວກັບການຊຸກຍູ້ສາຍພົວພັນຈີນ-ບຣູໄນ, ເພີ່ມທະວີການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດ ແລະ ການແລກປ່ຽນດ້ານວັດທະນະທຳລະຫວ່າງສອງຊາດ. ຝ່າຍບຣູໄນແຈ້ງໃຫ້ຮູ້ວ່າ: ບຣູໄນໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການພັດທະນາສາຍພົວພັນກັບຈີນ, ຍິນດີສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ, ລົງເລິກການແລກປ່ຽນດ້ານວັດທະນະທຳ, ຕັ້ງໜ້າຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ແກະສະຫຼັກເທິງນ້ຳກ້ອນແລະຫິມະ ສ້າງໂລກຫິມະແລະນ້ຳກ້ອນໃນລະດູທີ່ໜາວຈັດ

ແຜ່ນດິນໃຫຍ່ຈີນຍາມລະດູໜາວສວຍງາມປານແຕ້ມ

ລະບຽບການ “ປະກວດດາວ” ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນ

ຮັກສາທາດແທ້ແຕ່ບໍ່ແມ່ນຮັກສາການຄອງເດີມ ເຄົາລົບປະເພນີແຕ່ບໍ່ແມ່ນເຄົາລົບສິ່ງທີ່ຫຼ້າສະໄໝ

ຂ້ອຍຕ້ອງຂອບໃຈນຳເພິ່ນ ທີ່ເຮັດໃຫ້ຄວາມໃຝ່ຝັນຂອງຂ້ອຍກາຍເປັນຈິງ

ຄວາມຕໍ່ເນື່ອງຂອງອະລິຍະທຳ ແລະ ເສັ້ນທາງການພັດທະນາ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn