ພາສາລາວ

ສົງການໄທຖືກຈັດເຂົ້າເປັນມໍລະດົກວັດທະນະທຳໂລກ

cri2023-12-07 10:54:04
Share
Share this with Close
Messenger Pinterest LinkedIn

ວັນທີ 6 ທັນວານີ້, ສົງການໄທໄດ້ຖືກອົງການເພື່ອການສຶກສາ ວິທະຍາສາດ ແລະວັດທະນະທຳແຫ່ງສະຫະປະຊາຊາດ ຫຼື ອຸຍເນັສໂກຈັດເຂົ້າເປັນມໍລະດົກວັດທະນະທຳໂລກ.

ລະຫວ່າງວັນທີ 13 ຫາ 15 ເມສາຂອງທຸກໆປີເປັນບຸນສົງການ ກໍຄືບຸນປີໃໝ່ທີ່ເປັນມູນເຊື້ອຂອງໄທ ຫຼື ເອີ້ນວ່າບຸນຫົດນ້ຳ, ເປັນວັນບຸນສຳຄັນທີ່ຊາວໄທສະຫຼອງຢູ່ກັບຄອບຄົວ ແລະ ອວຍພອນເຊິ່ງກັນແລະກັນ. ຄົນທັງຫຼາຍຫົດນ້ຳໃສ່ກັນ ເຊິ່ງມີຄວາມໝາຍເພື່ອລ້າງສວ່າຍສິ່ງບໍ່ດີໃນປີຜ່ານມາໃຫ້ຫາຍໄປ ແລະ ອວຍພອນຮັບໂຊກໄຊໃນປີໃໝ່.

ກ່ອນໜ້ານີ້, ຢູ່ໄທມີມໍລະດົກວັດທະນະທຳ 3 ລາຍການໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳມວນມະນຸດຂອງອົງການອຸຍເນັສໂກ ແລ້ວ ຄື: ລະຄອນໂຂນໃນປີ 2018, ນວດແຜນໄທບູຮານໃນປີ 2019 ແລະ ຟ້ອນໂນຣາໃນປີ 2021.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໄຂເທສະການສິລະປະວັດທະນະທຳປະເທດຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2023

ຈີນ ແລະ ໄທຮ່ວມມືກໍ່ສ້າງໂຄງການຜະລິດໄຟຟ້າແສງຕາເວັນຢູ່ເທິງຫຼັງຄາໂຮງງານໄທ

ຈັດກິດຈະກຳສະແດງຊຸດຊົນເຜົ່າຢູ່ເມືອງອູຈືສ່ານແຂວງໄຫຫຼຳຈີນ

ຮຽບຮຽງປື້ມປະຫວັດສາດຂອງບ້ານເກົ່າແກ່

ແຫຼ່ງທ່ອງທ່ຽວລະດັບ 4 A ໃນໂຮງງານເຫຼັກກ້າ

ກຳມະກອນເຕົາທຳຄວາມຮ້ອນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn