ພາສາລາວ

ທາງລົດໄຟຈີນ-ລາວໄດ້ເສີມຂະຫຍາຍບົດບາດສຳຄັນໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າ ແລະ ການແລກປ່ຽນດ້ານວັດທະນະທຳລະຫວ່າງສອງປະເທດຈີນ-ລາວ

cri2023-12-05 11:00:29
Share
Share this with Close
Messenger Pinterest LinkedIn

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 4 ທັນວານີ້, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມນັກຂ່າວກ່ຽວກັບຜົນສຳເລັດຂອງທາງລົດໄຟຈີນ-ລາວ.

ທ່ານວາງເວີນປິ່ນກ່າວວ່າ, ສອງປີຜ່ານມາ, ທາງລົດໄຟຈີນ-ລາວ ໄດ້ເສີມຂະຫຍາຍບົດບາດສຳຄັນໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າ ແລະ ການແລກປ່ຽນດ້ານວັດທະນະທຳລະຫວ່າງສອງປະເທດຈີນ-ລາວ, ໄດ້ກາຍເປັນຊ່ອງທາງສຳຄັນທີ່ເຊື່ອມຕໍ່ຈີນກັບແຫຼມອິນດູຈີນ. ການຂົນສົ່ງສິນຄ້າຕາມທາງລົດໄຟຈີນ-ລາວໄດ້ຂະຫຍາຍໄປສູ່ 12 ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ລາວ, ໄທ, ຫວຽດນາມ, ມຽນມາເປັນຕົ້ນ ເຊິ່ງໄດ້ເສີມຂະຫຍາຍບົດບາດນັບມື້ນັບສຳຄັນເຂົ້າໃນການຂົນສົ່ງສາກົນ.

ທ່ານວາງເວີນປິ່ນກ່າວເນັ້ນໜັກວ່າ, ພວກເຮົາຫວັງຢ່າງຍິ່ງວ່າ, ໃນຖານະເປັນໂຄງການຫົວຈັກຫຼັກແຫຼ່ງຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງລະຫວ່າງຈີນກັບບັນດາປະເທດໃນແຫຼມອິນດູຈີນ, ທາງລົດໄຟຈີນ-ລາວຈະສືບຕໍ່ພະຍາຍາມ, ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາ ແລະ ການສ້າງຄວາມຈະເລີນຮຸ່ງເຮືອງຂອງປະເທດແລະເຂດແຄວ້ນຕ່າງໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn