ພາສາລາວ

ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ ກັບ ຫວຽດນາມ ໄດ້ຮັບຜົນງານທີ່ອຸດົມສົມບູນ

CRI2023-12-02 18:04:01
Share
Share this with Close
Messenger Pinterest LinkedIn

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 30 ພະຈິກແລ້ວນີ້, ໂຄສົກກະຊວງການຄ້າຈີນແນະນຳວ່າ, ການຮ່ວມມືດ້ານເສດຖະກິດ ການຄ້າລະຫວ່າງຈີນ ກັບ ຫວຽດນາມໄດ້ຮັບຜົນງານທີ່ອຸດົມສົມບູນ.

ຈີນໄດ້ຮັກສາຖານະຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຫວຽດນາມ ໃນຫຼາຍປີຕິດຕໍ່ກັນ, ສ່ວນຫວຽດນາມເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງ ຢູ່ອາຊຽນຂອງຈີນ ແລະ ເປັນປະເທດຄູ່ການຄ້າໃຫຍ່ອັນດັບສີ່ໃນໂລກ. ຍອດມູນຄ່າການຄ້າລະຫວ່າງສອງປະເທດໄດ້ບັນລຸຫຼາຍກວ່າ 200 ຕື້ ໂດລາເປັນເວລາ 2 ປີຢ່າງລຽນຕິດ, ໃນ 10 ເດືອນປີນີ້, ຍອດມູນຄ່າ ການຄ້າລະຫວ່າງສອງປະເທດໄດ້ບັນລຸເຖິງ 185 ຕື້ 100 ລ້ານໂດລາ.

ການຮ່ວມມືດ້ານການລົງທຶນຕໍ່ຫວຽດນາມຂອງຈີນມີຂະໜາດໃຫຍ່, ຂົງເຂດກວ້າງຂວາງ ແລະ ເຕີບໂຕໄວ. ການຮ່ວມມືດ້ານການລົງທຶນ ໃນຂົງເຂດຕ່າງໆ ເຊັ່ນ: ການພັດທະນາແບບສີຂຽວ ແລະ ເສດຖະກິດດີຈີຕອນເປັນຕົ້ນ ໄດ້ເປີດກວ້າງຢ່າງໝັ້ນທ່ຽງ. ສອງຝ່າຍຍັງໄດ້ຮ່ວມກັນຊຸກຍູ້ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນ ພາກພື້ນ ຫຼື RCEP ມີຜົນບັງຄັບໃຊ້ ແລະ ຈັດຕັ້ງປະຕິບັດ, ຮ່ວມກັນ ຊຸກຍູ້ການກໍ່ສ້າງເຂດການຄ້າເສລີຈີນ-ອາຊຽນສະບັບ 3,0.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໄຂເທສະການສິລະປະວັດທະນະທຳປະເທດຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2023

123全文 3 下一页

Share this story on

Messenger Pinterest LinkedIn