ພາສາລາວ

ຟິລິບປິນ ແລະ ອົສຕຣາລີລາຕະເວນຮ່ວມກັນເຮັດໃຫ້ສະພາບການເຂດທະເລຈີນໃຕ້ເຄັ່ງຕຶງຂຶ້ນ

CRI2023-12-02 17:58:49
Share
Share this with Close
Messenger Pinterest LinkedIn

ວັນທີ 30 ພະຈິກແລ້ວນີ້, ກະຊວງປ້ອງກັນປະເທດຈີນ ໄດ້ຈັດ ກອງປະຊຸມຖະແຫຼງຂ່າວ, ພັນເອກພິເສດອູຊ່ຽນ ຫົວໜ້າກົມການ ຂ່າວກະຊວງປ້ອງກັນປະເທດ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວ.

ມີນັກຂ່າວຖາມວ່າ: ຂ່າວແຈ້ງວ່າ, ມີເຈົ້າໜ້າທີ່ຟິລິບປິນກ່າວວ່າ, ໃນໄລຍະຟິລິບປິນ ແລະ ອົສຕຣາລີຮ່ວມກັນດຳເນີນການເຄື່ອນໄຫວ ເທິງທະເລຈີນໃຕ້, ມີເຮືອບິນທະຫານຂອງຈີນບິນຢູ່ໃກ້ກັບເຮືອບິນທະຫານຂອງຟິລິບປິນ. ຂໍຖາມທ່ານໂຄສົກວ່າ ມີຄວາມເຫັນແນວໃດ ຕໍ່ກັບເລື່ອງນີ້?

ພັນເອກພິເສດອູຊ່ຽນຕອບວ່າ: ຄວາມເວົ້າທີ່ກ່ຽວຂ້ອງຂອງ ຟິລິບປິນບໍ່ສອດຄ່ອງກັບສະພາບຕົວຈິງ. ສິ່ງທີ່ຕ້ອງຊີ້ໃຫ້ເຫັນນັ້ນແມ່ນ: ການຮ່ວມມືດ້ານການປ້ອງກັນຊາດລະຫວ່າງປະເທດທີ່ກ່ຽວຂ້ອງບໍ່ຄວນແນໃສ່ຝ່າຍທີສາມ, ບໍ່ຄວນສ້າງຜົນຮ້າຍຕໍ່ຜົນປະໂຫຍດຂອງຝ່າຍທີສາມ, ບໍ່ຄວນທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ. ພວກຂ້າພະເຈົ້າເດັດດ່ຽວຄັດຄ້ານການກະທຳໃດໆທີ່ກໍ່ການເປັນປໍລະປັກກັນ ແລະ ເຮັດໃຫ້ສະພາບການພາກພື້ນມີຄວາມເຄັ່ງຕຶງຂຶ້ນຢູ່ເຂດທະເລຈີນໃຕ້. ພວກຂ້າພະເຈົ້າເຕືອນໃຫ້ຟິລິບປິນຈົ່ງເຄົາລົບນ້ຳໃຈຂອງ “ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້” ແລະຍຸດຕິການກະທຳທີ່ລ່ວງລະເມີດອະທິປະໄຕທັງໝົດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໄຂເທສະການສິລະປະວັດທະນະທຳປະເທດຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2023

123全文 3 下一页

Share this story on

Messenger Pinterest LinkedIn