ພາສາລາວ

ທ່ານຫຼີຊຽງ ນາຍົກລັດຖະມົນຕີຈີນສົ່ງສານອວຍພອນເຖິງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວເນື່ອງໃນໂອກາດວັນສ້າງຕັ້ງສປປລາວຄົບຮອບ 48 ປີ

CRI2023-12-02 16:16:41
Share
Share this with Close
Messenger Pinterest LinkedIn

ວັນທີ 2 ທັນວານີ້, ທ່ານຫຼີຊຽງ ນາຍົກລັດຖະມົນຕີຈີນໄດ້ສົ່ງສານອວຍພອນເຖິງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເນື່ອງໃນໂອກາດວັນສ້າງຕັ້ງສາທາລະນະລັດປະຊາທິປະໄຕປະຊາຊົນລາວສ້າງຕັ້ງຄົບຮອບ 48 ປີ.

ເນື້ອໃນສານອວຍພອນຂອງທ່ານຫຼີຊຽງລະບຸວ່າ: ໃນໜຶ່ງປີຜ່ານໄປ, ເສດຖະກິດສັງຄົມຂອງປະເທດລາວພັດທະນາຢ່າງຕໍ່ເນື່ອງ, ຖານະໃນສາກົນນັບມື້ນັບສູງຂຶ້ນ. ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ ໂດຍໄດ້ສ້າງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາຊົນສອງປະເທດ. ຂ້າພະເຈົ້າຍິນດີຮ່ວມກັບທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ, ຖືຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ແລະ ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ ເປັນຂໍ້ປະຕິບັດຕາມ ເພື່ອຊີ້ນຳນຳພາພາກສ່ວນ ແລະ ທ້ອງຖິ່ນຕ່າງໆຂອງສອງປະເທດເພີ່ມທະວີການຮ່ວມມື, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ໄດ້ຮັບຜົນງານໃໝ່.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໄຂເທສະການສິລະປະວັດທະນະທຳປະເທດຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2023

ຈີນ ແລະ ໄທຮ່ວມມືກໍ່ສ້າງໂຄງການຜະລິດໄຟຟ້າແສງຕາເວັນຢູ່ເທິງຫຼັງຄາໂຮງງານໄທ

ຈັດກິດຈະກຳສະແດງຊຸດຊົນເຜົ່າຢູ່ເມືອງອູຈືສ່ານແຂວງໄຫຫຼຳຈີນ

ເຄື່ອງປັກແສ່ວເຜົ່າຢີສູສົງ

ງິ້ວປັກກິ່ງໃນໂລກ VR

ຜູ້ເຖົ້າຊາວເມືອງສືເຈ່ຍຈ່ວງບັນທຶກການປ່ຽນແປງຂອງອາກາດໃນຮອບສິບປີ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn