ປະທານຄະນະກຳມະການໂອລິມປິກກຳປູເຈຍກ່າວວ່າ: ງານມະຫະກຳກິລາເອຊຽນເກມຮາງໂຈ່ວໄດ້ສະແດງໃຫ້ເຫັນເຖິງມິດຕະພາບແລະຄວາມສາມັກຄີຂອງປະເທດອາຊີຢ່າງເຕັມສ່ວນ
ຫວ່າງມໍ່ໆມານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວຂ່າວສານຊິ່ນຮວາ, ທ່ານທອງຄົນ ປະທານຄະນະກຳມະການໂອລິມປິກກຳປູເຈຍກ່າວວ່າ: ງານມະຫະກຳກິລາເອຊຽນເກມຮາງໂຈ່ວທີ່ຈະຈັດຂຶ້ນໃນໄວໆນີ້ ໄດ້ສະແດງໃຫ້ເຫັນເຖິງມິດຕະພາບ, ຄວາມສາມັກຄີແລະນ້ຳໃຈຮ່ວມມືສາກົນລະຫວ່າງບັນດາປະເທດອາຊີຢ່າງເຕັມສ່ວນ.
ທ່ານທອງຄົນ ຈະນຳພາຄະນະຜູ້ແທນກຳປູເຈຍເຂົ້າຮ່ວມງານກິລາເອຊຽນເກມຮາງໂຈ່ວ, ເທື່ອນີ້, ກຳປູເຈຍໄດ້ສົ່ງນັກກິລາ 114 ຄົນເຂົ້າຮ່ວມການແຂ່ງຂັນ 17 ລາຍການໃຫຍ່. ທ່ານກ່າວວ່າ: ຈີນໄດ້ອຳນວຍການສະໜັບສະໜູນທີ່ສຳຄັນໃຫ້ແກ່ການພັດທະນາວົງການກິລາຂອງກຳປູເຈຍ, ຊ່ວຍເຫຼືອກຳປູເຈຍຝຶກອົບຮົມນັກກິລາຫຼາຍຮ້ອຍຄົນ, ຍັງໄດ້ຊ່ວຍສ້າງສະໜາມກິລາແຫ່ງຊາດກຳປູເຈຍແລະອື່ນໆ. ເຊື່ອໝັ້ນວ່າ, ນັກກິລາກຳປູເຈຍຈະໄດ້ຮັບຜົນງານທີ່ດີເດັ່ນໃນງານກິລາຄັ້ງນີ້.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ
ປະຊາຊົນ ສ ເກົາຫຼີ ໝື່ນກວ່າຄົນຈັດງານໂຮມຊຸມນຸມເພື່ອກ່າວປະນາມຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ
ໜອງຕາວາທີ່ມີສີສັນວິຈິດບັນຈົງ
ພົບກັບທ່ານສີຈິ້ນຜິງ | ນີ້ແມ່ນຜົນສຳເລັດທີ່ບໍ່ທຳມະດາ
ທ່ານ ສີຈິ້ນຜິງ: ເມື່ອປະຊາຊົນພົບຄວາມຫຍຸ້ງຍາກ, ປະເທດຊາດຈະສະໜັບສະໜູນຢ່າງສຸດຄວາມສາມາດ
ພົບກັບທ່ານສີຈິ້ນຜິງ|ຂ້າພະເຈົ້າກຳລັງເຂົ້າໃຈຈີນ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved