ກະຊວງການຕ່າງປະເທດຈີນ: ເຕືອນໃຫ້ຝ່າຍທີ່ກ່ຽວຂ້ອງຂອງຟີລິບປີນ ຢ່ານຳໃຊ້ຂໍ້ມູນເສກສັນປັ້ນແຕ່ງມາສ້າງລະຄອນຕະຫຼົກທາງການເມືອງ
ກ່ຽວກັບເລື່ອງທີ່ລັດຖະບານຟີລິບປິນກ່າວວ່າຈີນໄດ້ທຳລາຍປະກາລັງຢູ່ເຂດທະເລຈີນໃຕ້ຂອງຟີລິບປິນ, ກຳລັງພິຈາລະນາຈະກ່າວຟ້ອງຕໍ່ສານສາກົນກ່ຽວກັບເລື່ອງນີ້, ທ່ານນາງໝາວ ນີງ, ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນວັນທີ 21 ກັນຍານີ້ວ່າ: ການກ່າວຫາທີ່ກ່ຽວຂ້ອງຂອງຟີລິບປິນເປັນການເສກສັນປັ້ນແຕ່ງ, ແລະບໍ່ມີຂໍ້ມູນອ້າງອີງໃດໆ.
ທ່ານນາງໝາວ ນີງກ່າວຕື່ມວ່າ: “ພວກເຮົາເຕືອນໃຫ້ຝ່າຍທີ່ກ່ຽວຂ້ອງຂອງຟີລິບປິນ, ຢ່ານຳໃຊ້ຂໍ້ມູນເສກສັນປັ້ນແຕ່ງມາສ້າງລະຄອນຕະຫຼົກທາງການເມືອງ. ຖ້າວ່າຟີລິບປິນເອົາໃຈໃສ່ຕໍ່ສິ່ງແວດລ້ອມນິເວດຂອງທະເລຈີນໃຕ້ແທ້ໆ, ກໍຄວນກູ້ເອົາກຳປັ່ນຮົບທີ່ “ຈອດ” ຢູ່ເກາະເຢີນໄອ້ຢ່າງຜິດກົດໝາຍນັ້ນໂດຍໄວ, ຢຸດເຊົາການລະບາຍນ້ຳມົນລະພິດລົງສູ່ທະເລ, ປ້ອງກັນບໍ່ໃຫ້ກຳປັ່ນຮົບເຂົ້າໜ້ຽງຢ່າງຕໍ່ເນື່ອງເຮັດໃຫ້ທະເລໄດ້ຖືກທຳລາຍແລະບໍ່ສາມາດເອົາກັບຄືນມາໄດ້”
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ