ພາສາລາວ

ກຳປູເຈຍສະຫຼອງ ວັດໂຄເຄີ ຮ້ອງຂໍເຂົ້າເປັນມໍລະດົກໂລກຢ່າງສຳເລັດຜົນ

cri2023-09-21 14:51:44
Share
Share this with Close
Messenger Pinterest LinkedIn

ຕອນຄ່ຳວັນທີ 20 ກັນຍານີ້, ທ່ານຮຸນ ມາເນັດ ນາຍົກລັດຖະມົນຕີກຳປູເຈຍໄດ້ເປັນປະທານຈັດພິທີຢ່າງຍິ່ງໃຫຍ່ ຢູ່ສະໜາມກິລາໂອລິມປິກແຫ່ງຊາດທີ່ນະຄອນຫຼວງພະນົມເປັນ, ເພື່ອສະເຫຼີມສະຫຼອງຮ່ອງຮອຍຕ່າງໆຂອງວັດໂຄເຄີ ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກໂລກ.

ວັນທີ 17 ກັນຍານີ້, ໃນກອງປະຊຸມມໍລະດົກໂລກຄັ້ງທີ 45 ຂອງອົງການເພື່ອການສຶກສາວິທະຍາສາດ ແລະວັດທະນະທຳແຫ່ງສະຫະປະຊາຊາດ ຫຼື ຢູເນັສໂກ ທີ່ຈັດຂຶ້ນຢູ່ນະຄອນຫຼວງຣີຢັດ ຂອງອາຣັບບີຊາອຸດິດ ໄດ້ຜ່ານມະຕິ ຕົກລົງຈັດ ເອົາວັດໂຄເຄີຂອງກຳປູເຈຍເຂົ້າໃນບັນຊີລາຍຊື່ມໍລະດົກໂລກ.

ວັດໂຄເຄີ ຕັ້ງຢູ່ແຂວງພະວິຫານ, ຫ່າງຈາກນະຄອນຊຽມລຽບ ທີ່ເປັນນະຄອນທ່ອງທ່ຽວສາກົນທີ່ມີຊື່ສຽງ 70 ກວ່າກິໂລແມັດ, ແມ່ນໜຶ່ງໃນບັນດາວັດເກົ່າແກ່ທີ່ອັດສະຈັນກວ່າໝູ່ຂອງກຳປູເຈຍ. ອີງຕາມຂໍ້ມູນສະແດງໃຫ້ເຫັນວ່າ, ໃນປະຫວັດສາດ, ບ່ອນນີ້ເຄີຍເປັນນະຄອນຫຼວງຂອງລາຊະອະນາຈັກກຳປູເຈຍໃນສະໄໝບູຮານ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ

123全文 3 下一页

Share this story on

Messenger Pinterest LinkedIn