ພາສາລາວ

ຮອງນາຍົກໄທກ່າວວ່າ: ນັກທ່ອງທ່ຽວຈີນມາທ່ຽວໄທຄືນໃໝ່ແມ່ນມີຄວາມໝາຍສຳຄັນຫຼາຍຕໍ່ໄທ

cri2023-02-04 15:24:45
Share
Share this with Close
Messenger Pinterest LinkedIn

ທ່ານອະນຸທິນ ຊານວິຣະກູນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງສາທາລະນະສຸກໄທ ໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ໃນຫວ່າງມໍ່ໆມານີ້, ໂດຍກ່າວວ່າ: ນັກທ່ອງທ່ຽວຈີນມາທ່ຽວໄທຄືນໃໝ່ແມ່ນມີຄວາມໝາຍສຳຄັນຫຼາຍຕໍ່ໄທ.

ທ່ານອະນຸທິນ ຊານວິຣະກູນກ່າວຕື່ມວ່າ: ພາຍຫຼັງລັດຖະບານຈີນໄດ້ຜ່ອນຜັນມາດຕະການຄຸ້ມຄອງການເຂົ້າ-ອອກເມືອງເປັນຕົ້ນມາ, ປະເທດໄທເປັນເປົ້າໝາຍການທ່ອງທ່ຽວອັນດັບໜຶ່ງຂອງປະຊາຊົນຈີນທີ່ຢາກໄປທ່ຽວຕ່າງປະເທດ, ເຊິ່ງໄດ້ເຮັດໃຫ້ປະຊາຊົນໄທຮູ້ສຶກດີໃຈ ແລະປະທັບໃຈຫຼາຍ. ຈີນແມ່ນແຫຼ່ງນັກທ່ອງທ່ຽວທີ່ສຳຄັນຂອງປະເທດໄທ, ນັກທ່ອງທ່ຽວຈີນມາທ່ຽວໄທຄືນໃໝ່ແມ່ນມີຄວາມໝາຍສຳຄັນຕໍ່ໄທ, ເຊິ່ງສາມາດຊ່ວຍເຫຼືອປະເທດໄທຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະຟື້ນຟູເສດຖະກິດຄືນໃໝ່, ປະເທດໄທຍັງສາມາດສະແດງປະເພນີ ແລະວັດທະນະທຳທີມີເອກະລັກພິເສດຂອງຕົນອີກຄັ້ງໃໝ່ໂດຍຜ່ານຂະແໜງການທ່ອງທ່ຽວ, ເຮັດໃຫ້ນັກທ່ອງທ່ຽວທັງຫຼາຍມີຄວາມນິຍົມ ແລະຄວາມປະທັບໃຈທີ່ເລິກເຊິ່ງກວ່າເກົ່າຕໍ່ໄທ.

Share this story on

Messenger Pinterest LinkedIn