ພາສາລາວ

ຈຳນວນຜູ້ໂດຍສານຕາມທາງລົດໄຟຈີນ-ລາວມີຫຼາຍກວ່າ10ລ້ານເທື່ອຄົນ

cri2023-02-03 16:36:40
Share
Share this with Close
Messenger Pinterest LinkedIn

ບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນມິງເປີດເຜີຍໃຫ້ຮູ້ວ່າ:ນັບມາຮອດວັນທີ31ມັງກອນ ແລ້ວນີ້,ໄດ້ເປິດນຳໃຊ້ຂະບວນລົດໄຟໂດຍສານຕາມທາງລົດໄຟຈີນ-ລາວເຖິງ2ໝື່ນຂະບວນ, ຂົນສົ່ງຜູ້ໂດຍສານ10,3ລ້ານເທື່ອຄົນ.

ນັບມາຮອດວັນທີ31ມັງກອນແລ້ວນີ້,ທາງລົດໄຟຈີນ-ລາວມີຕອນຢູ່ຈີນໄດ້ເປີດແລ່ນລົດ 56 ຂະບວນຕໍ່ມື້,ລວມແລ້ວໄດ້ຂົນສົ່ງຜູ້ໂດຍສານ8,7ລ້ານເທື່ອຄົນ;ທາງລົດໄຟຕອນຢູ່ລາວ,ໄດ້ເປີດແລ່ນລົດ 8 ຂະບວນຕໍ່ມື້,ລວມແລ້ວໄດ້ຂົນສົ່ງຜູ້ໂດຍສານ1,6ລ້ານເທື່ອຄົນ.

ຕາມຂ່າວແຈ້ງວ່າ:ສະຖານີລົດໄຟຕາມທາງລົດໄຟຈີນ-ລາວທີ່ຮັບຂົນສົ່ງຜູ້ໂດຍສານໄດ້ເພີ່ມຂຶ້ນຈາກ 7ແຫ່ງໃນໄລຍະເລີ່ມຕົ້ນຂຶ້ນເປັນ10ແຫ່ງໃນປັດຈຸບັນ, ທັງໄດ້ຕັ້ງຈຸດຂາຍປີ້ຢູ່ຕົວເມືອງສຳຄັນຂອງລາວ, ແກ່ຍາວເວລາຂາຍປີ້ລ່ວງໜ້າ ເຊິ່ງໄດ້ສ້າງຄວາມສະດວກຫຼາຍເກົ່າແກ່ໃຫ້ປະຊາຊົນລາວທີ່ເດີນທາງດ້ວຍລົດໄຟ.

Share this story on

Messenger Pinterest LinkedIn