ພາສາລາວ

ມຽນມາແກ່ຍາວເວລາພາວະສຸກເສີນຢູ່ທົ່ວປະເທດຕື່ມອີກ 6 ເດືອນ

cri2023-02-02 16:32:21
Share
Share this with Close
Messenger Pinterest LinkedIn

ວັນທີ 1 ກຸມພາ 2023, ສື່ມວນຊົນທາງການຂອງມຽນມາອອກປະກາດແຈ້ງການວ່າ: ຄະນະກຳມະການປ້ອງກັນປະເທດ ແລະ ຄວາມໝັ້ນຄົງມຽນມາໄດ້ຈັດກອງປະຊຸມຢູ່ນະຄອນຫຼວງເນປີດໍໃນວັນທີ 31 ມັງກອນແລ້ວນີ້, ໂດຍຕົກລົງແກ່ຍາວເວລາພາວະສຸກເສີນຢູ່ທົ່ວປະເທດຕື່ມອີກ 6 ເດືອນ.

ວັນທີ 1 ກຸມພາ 2021, ເຈົ້າໜ້າທີ່ທະຫານມຽນມາໄດ້ປະກາດພາວະສຸກເສີນຢູ່ທົ່ວປະເທດເປັນໄລຍະ 1 ປີ, ຫຼັງຈາກນັ້ນໄດ້ແກ່ຍາວເວລາ 2 ເທື່ອ, ເທື່ອລະ 6 ເດືອນ. ອີງຕາມລັດຖະທຳມະນູນມຽນມາ, ພາຍໃຕ້ສະພາບການປົກກະຕິ, ຄະນະກຳມະການປ້ອງກັນປະເທດ ແລະ ຄວາມໝັ້ນຄົງມຽນມາສາມາດປະກາດທົ່ວປະເທດເຂົ້າສູ່ພາວະສຸກເສີນເປັນເວລາ 1 ປີ, ແລະສາມາດແກ່ຍາວເວລາໄດ້ 2 ເທື່ອ, ເທື່ອລະ 6 ເດືອນ. ໃນກອງປະຊຸມຄະນະກຳມະການປ້ອງກັນປະເທດ ແລະ ຄວາມໝັ້ນຄົງເທື່ອນີ້, ທ່ານມິນອອງລາຍ ປະທານຄະນະກຳມະການການບໍລິຫານງານແຫ່ງຊາດມຽນມາກ່າວວ່າ, ປັດຈຸບັນມຽນມາໄດ້ເກີດການໂຈມຕີແບບກໍການຮ້າຍ ແລ ການໂຈມຕີທີແນໃສ່ກອງກຳລັງຮັກສາຄວາມໝັ້ນຄົງຢູ່ເລື້ອຍໆ, ທ່ານເຫັນວ່າປັດຈຸບັນ ສະພາບການຢູ່ມຽນມາຍັງບໍ່ເປັນປົກກະຕິເນື່ອງຈາກອຳນາດການປົກຄອງໄດ້ຮັບການຂົ່ມຂູ່ຈາກຄວາມຮຸນແຮງ.

Share this story on

Messenger Pinterest LinkedIn