ພາສາລາວ

ລົດໄຟຂົນສົ່ງໝາກໄມ້ແຊ່ເຢັນຂະບວນທຳອິດເດີນທາງຮອດຈີນຕາມທາງລົດໄຟຈີນ-ລາວ

cri2022-12-02 15:53:02
Share
Share this with Close
Messenger Pinterest LinkedIn

ວັນທີ 30 ພະຈິກແລ້ວນີ້, ສະຖານທີ່ກຳນົດການຕິດຕາມຄຸ້ມຄອງໝາກໄມ້ນຳເຂົ້າດ່ານບໍ່ຫາມແຂວງຢຸນນານໄດ້ຜ່ານການກວດຮັບຈາກອົງການພາສີ ແລະ ເລີ່ມນຳໃຊ້ຢ່າງເປັນທາງການ.

ວັນທີ 1 ທັນວານີ້, ລົດໄຟຂົນສົ່ງໝາກໄມ້ແຊ່ເຢັນຕາມທາງລົດໄຟຈີນ-ລາວຂະບວນທຳອິດທີ່ບັນທຸກໝາກກ້ວຍຫອມຂອງລາວ, ໝາກລຳໄຍ ແລະ ໝາກຖົ່ວລຽນຂອງໄທ, ແລະໝາກໄມ້ຊະນິດອື່ນໆຂອງອາຊີຕາເວັນອອກສຽງໃຕ້ໄດ້ເຂົ້າຈອດຢູ່ສະຖານທີ່ຕິດຕາມຄຸ້ມຄອງດັ່ງກ່າວ ແລະ ຮັບການກວດກາຄຸນນະພາບແລະກັກກັນ, ພາຍຫຼັງຮັບປະກັນຄວາມປອດໄພແລ້ວ, ໝາກໄມ້ເຫຼົ່ານີ້ຈະເຂົ້າສູ່ຕະຫຼາດຈີນແຫ່ງຕ່າງໆໂດຍກົງ, ເມື່ອທຽບກັບວິທີການຂົນສົ່ງປະສົມດ້ວຍທາງຫຼວງ ແລະ ທາງລົດໄຟແລ້ວ, ການຂົນສົ່ງດ້ວຍທາງລົດໄຟຕະຫຼອດທາງມີສະມັດຕະພາບສູງຂຶ້ນຢ່າງຫຼວງຫຼາຍ.

ຄຽງຄູ່ກັບລົດໄຟໃນແຕ່ກ່ອນຂົນສົ່ງໝາກໄມ້ແຊ່ເຢັນທີ່ຂົນສົ່ງຕາມທາງລົດໄຟຈີນ-ລາວເລີ່ມເປີດບໍລິການຢ່າງເປັນທາງການ, ຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງເຊັ່ນ: ໝາກໄມ້ ແລະ ອື່ນໆຂອງປະເທດອາຊຽນເຊັ່ນ: ລາວ, ໄທ ແລະ ປະເທດອື່ນໆຈະໄດ້ຂົນສົ່ງເຂົ້າຕະຫຼາດຈີນຢ່າງປອດໄພ ແລະ ວ່ອງໄວດ້ວຍການຜ່ານດ່ານຢ່າງສະດວກ ແລະ ເປັນຂະໜາດໃຫຍ່ຂອງທາງລົດໄຟຈີນ-ລາວ.

Share this story on

Messenger Pinterest LinkedIn