ພາສາລາວ

ທ່ານສີຈິ້ນຜິງ ພົບປະເຈລະຈາກັບທ່ານທອງລຸນ ສີສຸລິດ

cri2022-11-30 19:44:47
Share
Share this with Close
Messenger Pinterest LinkedIn

ວັນທີ 30 ພະຈິກ 2022 ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ພົບ ປະ ເຈລະຈາກັບທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດລາວ. ສອງຝ່າຍເນັ້ນໜັກວ່າ: ຄວນປະຕິບັດຕາມ ທິດທາງ “ການຮ່ວມມືຮອບດ້ານທີ່ໝັ້ນຄົງຍາວນານ, ມີໄຕຕີຈິດຖານບ້ານໃກ້ເຮືອນຄຽງ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ”ຕາມທິດ 4 ດີ ຄື “ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ແລະຄູ່ຮ່ວມມືທີ່ດີ”. ເຄົາລົບນັບຖືເຊິ່ງກັນແລະກັນ ແລະ ໄວ້ເນື້ອເຊື່ອ ໃຈກັນໃນດ້ານການເມືອງ; ສ້າງຜົນປະໂຫຍດໃຫ້ກັນແລະກັນທາງດ້ານເສດຖະກິດ, ໃກ້ຊິດ ກັນໃນດ້ານວັດທະນະທຳ, ລົງເລິກການສ້າງຄູ່ຮ່ວມຊາຕາກຳຈີນ-ລາວຢ່າງບໍ່ຢຸດຢັ້ງ, ທຳ ຄວາມພະຍາຍາມອັນຕັ້ງໜ້າ ແລະ ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມ ຊາຕາກຳຂອງມວນມະນຸດ.

Share this story on

Messenger Pinterest LinkedIn