ພາສາລາວ

ສູນປະສານງານທາງເດີນເຮືອປອດໄພມຽນມາພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ສ້າງສຳເລັດຢູ່ມຽນມາ

CRI2022-11-30 10:53:53
Share
Share this with Close
Messenger Pinterest LinkedIn

ສູນປະສານງານທາງເດີນເຮືອປອດໄພມຽນມາ ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນສະເພາະການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ສ້າງສຳເລັດຢູ່ນະຄອນຕາງຢີລັດຊານຂອງປະເທດມຽນມາໃນວັນທີ 29 ພະຈິກນີ້. ທ່ານເຈິ້ງຈື້ຫົງ ອັກຄະລັດຖະທູດທີ່ເປິກສາຂອງສະຖານທູດຈີນປະຈຳມຽນມາ, ທ່ານວິນນຽງ ເລຂາຮ່ວມຂອງຄະນະກຳມະການປາບປາມຢາເສບຕິດສູນກາງ, ຫົວໜ້າອົງການປາບປາມຢາເສບຕິດມຽນມາ ແລະ ແຂກຜູ້ມີກຽດ 40 ກວ່າທ່ານໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ທ່ານເຈິ້ງຈື້ຫົງກ່າວວ່າ: ມຽນມາໄດ້ສຳເລັດການກໍ່ສ້າງສູນປະສານງານທາງເດີນເຮືອປອດໄພຢູ່ນະຄອນຕາງຢີລັດຊານ, ຈະຮັບປະກັນການຮ່ວມມືຕົວຈິງໃນຂົງເຂດປະຕິບັດກົດໝາຍ ແລະ ຄວາມໝັ້ນຄົງລະຫວ່າງ 6 ປະເທດຕາມລຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ປັບປຸງທ່ວງທ່າປາບປາມຢາເສບຕິດຮ່ວມຢູ່ເຂດສາມຫຼ່ຽມຄຳໃຫ້ດີຂຶ້ນ ທັງສ້າງສະພາບແວດລ້ອມທີ່ດີສຳລັບການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງມຽນມາ ກໍຄືຂອງພາກພື້ນ.

ທ່ານວິນນຽງໄດ້ສະແດງຄວາມຂອບໃຈຕໍ່ຈີນ ທີ່ໄດ້ສະໜັບສະໜູນການສ້າງສູນດັ່ງກ່າວ ແລະ ກ່າວວ່າ: ມຽນມາຈະສືບຕໍ່ຈັດຕັ້ງປະຕິບັດແຜນການ “ທາງເດີນເຮືອປອດໄພ” ໃຫ້ດີ, ເສີມຂະຫຍາຍບົດບາດສູນປະສານງານຢ່າງເຕັມທີ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເພີ່ມທະວີການຮ່ວມມືດ້ານການປາບປາມຢາເສບຕິດ, ຊົມໃຊ້ຂໍ້ມູນຂ່າວສານກ່ຽວກັບການປາບປາມຢາເສບຕິດ ແລະ ຈັດກອງປະຊຸມຮ່ວມມືເປັນຕົ້ນຢູ່ຕາມລ່ອງແມ່ນ້ຳຂອງ.

Share this story on

Messenger Pinterest LinkedIn