ພາສາລາວ

ສັບປະດາດົນຕີຈີນ-ອາຊຽນ 2022 ຈັດຂຶ້ນຢູ່ນະຄອນໜານໜິງ

CRI2022-11-29 11:19:45
Share
Share this with Close
Messenger Pinterest LinkedIn

ສັບປະດາດົນຕີຈີນ-ອາຊຽນ 2022 ໄດ້ເປີດຂຶ້ນແລ້ວໃນຕອນຄ່ຳວັນທີ 27 ພະຈິກນີ້ ຢູ່ນະຄອນໜານໜິງ ເຂດກວາງຊີ ສປ ຈີນ ແລະ ດຳເນີນໄປເປັນເວລາ 5 ວັນ ໂດຍຝ່າຍຈັດງານຈະຈັດໃຫ້ມີງານດົນຕີລະດັບສຸດຍອດ 8 ຄັ້ງ, ເວທີເປິກສາຫາລືສຸດຍອດວິຊາການ 4 ຄັ້ງ ແລະ ກອງປະຊຸມສຳມະນາລະຫວ່າງຜູ້ຊ່ຽວຊານ ນັກວິຊາການຈີນ ແລະຕ່າງປະເທດ 4 ຄັ້ງ.

ສັບປະດາດົນຕີຈີນ-ອາຊຽນເລີ່ມຈັດຂຶ້ນເມື່ອປີ 2012, ເປັນກິດຈະກຳດົນຕີລັກສະນະສາກົນຂະໜາດໃຫຍ່ທີ່ຈັດໂດຍວິທະຍາໄລສິລະປະກວາງຊີ ແລະ ໄດ້ເຂົ້າຮ່ວມເປັນສະມາຊິກ ສະມາຄົມດົນຕີຮ່ວມສະໄໝສາກົນ ຫຼື ISCM ເມື່ອປີ 2015. ສັບປະດາດົນຕີດັ່ງກ່າວ ມຈຸດປະສົງ ຄື “ຈີນ, ຊົນຊາດ, ອາຊຽນ, ລ້ຳສະໄໝ” ໂດຍມີຈຸດປະສົງເພື່ອສ້າງເວທີແລກປ່ຽນທີ່ດີໃຫ້ແກ່ນັກດົນຕີທັງຫຼາຍ, ສ້າງໂອກາດພັດທະນາ, ຂະຫຍາຍບົດບາດຂອງດົນຕີຈີນໃຫ້ກວ້າງອອກຢູ່ໃນໂລກ. ເວລາຜ່ານມາໄດ້ 10 ປີ, ສັບປະດາດົນຕີຈີນ-ອາຊຽນໄດ້ພັດທະນາ ກາຍເປັນງານມະຫະກຳວັດທະນະທຳດົນຕີທີ່ມີຂະໜາດໃຫຍ່ ແລະ ມີບົດບາດສູງຢູ່ໃນຈີນ, ໄດ້ປະກອບສ່ວນອັນສຳຄັນເພື່ອເຜີຍແຜ່ດົນຕີຮ່ວມສະໄໝ, ຊຸກຍູ້ການແລກປ່ຽນວັດທະນະທຳ ແລະສິລະປະລະຫວ່າງຈີນ-ຕ່າງປະເທດ, ພ້ອມທັງໄດ້ສະໜອງເວທີພັດທະນາທີ່ມີຄຸນນະພາບດີໃຫ້ແກ່ນັກດົນຕີໜຸ່ມ.

Share this story on

Messenger Pinterest LinkedIn