ພາສາລາວ

ກອງປະຊຸມເປີດກວ້າງຂອງລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 9 ຈັດຂຶ້ນຢູ່ກຳປູເຈຍ

cri2022-11-24 14:58:22
Share
Share this with Close
Messenger Pinterest LinkedIn

ວັນທີ 23 ພະຈິກນີ້, ກອງປະຊຸມເປີດກວ້າງຂອງລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 9 ຈັດຂຶ້ນຢູ່ນະຄອນຊຽມລຽບຂອງກຳປູເຈຍ, ທ່ານເວີ້ຍເຟີ້ງເຮີ ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມແລະກ່າວຄຳປາໄສ.

ທ່ານເວີ້ຍເຟີ້ງເຮີກ່າວວ່າ, ປັດຈຸບັນ, ສັນຕິພາບແລະການພັດທະນາຂອງໂລກໄດ້ຜະເຊີນໜ້າກັບສິ່ງທ້າທາຍສຳຄັນ, ການສ້ງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດແມ່ນການຄັດເລືອກທີ່ຖືກຕ້ອງແລະແມ່ນທາງອອກ, ປະເທດຕ່າງໆຄວນສາມັກຄີກັນ, ບໍ່ຄວນແບ່ງແຍກກັນ, ຄວນມີຄວາມເປັນທຳ, ບໍ່ຄວນໃຊ້ອຳນາດບາດໃຫຍ່, ຄວນເປີດປະຕູ, ບໍ່ຄວນປິດປະຕູ, ຄວນໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ບໍ່ຄວນສະແຫວງຫາແຕ່ຜົນປະໂຫຍດຕົວເອງ, ຄວນຮ່ວມກັນສ້າງແລະອະນຸລັກລະບຽບໃນພາກພື້ນທີ່ເອົາໃຈໃສ່ຄວາມຮຽກຮ້ອງຕ້ອງການຂອງຝ່າຍຕ່າງໆ ແລະສອດຄ່ອງກັບຜົນປະໂຫຍດຂອງຝ່າຍຕ່າງໆ.

ກອງປະຊຸມຄັ້ງນີ້ໄດ້ເປິກສາຫາລື ແລະໄດ້ຜ່ານ “ຖະແຫຼງການຮ່ວມແຫ່ງກອງປະຊຸມເປີດກວ້າງຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ກ່ຽວກັບການເພີ່ມທະວີຄວາມສາມັກຄີແລະການຮ່ວມມື, ຮ່ວມກັນສ້າງຄວາມກົມກຽວກັນແລະຄວາມໝັ້ນຄົງ”.

ໃນໄລຍະຈັດປະຊຸມ, ທ່ານເວີ້ຍເຟີ້ງເຮີ ໄດ້ພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາ, ຫວຽດນາມ, ລາວ, ແລະຮອງລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ, ເພື່ອແລກປ່ຽນຄວາມເຫັນກ່ຽວກັບການເພີ່ມທະວີການຮ່ວມມືຂອງກອງທັບ ພ້ອມດ້ວຍບັນຫາທີ່ມີຄວາມສົນໃຈຮ່ວມກັນ.

Share this story on

Messenger Pinterest LinkedIn