ພາສາລາວ

ລັດຖະບານອິນໂດເນເຊຍຈະດຳເນີນການສຳຫຼວດກ່ຽວກັບເຫດການປະທະກັນລະຫວ່າງແຟນບານເຕະ

CRI2022-10-03 15:22:13
Share
Share this with Close
Messenger Pinterest LinkedIn

ຕາມຂ່າວCRI: ວັນທີ 2 ຕຸລານີ້, ທ່ານຊາຢິນູດີນ ອາມາລີ, ລັດຖະມົນຕີກະຊວງ ຊາວໜຸ່ມແລະກີລາຂອງອິນໂດເນເຊຍກ່າວວ່າ, ລັດຖະບານຈະດຳເນີນການ ສຳຫຼວດກ່ຽວກັບເຫດການປະທະກັນລະຫວ່າງແຟນບານເຕະທີ່ໄດ້ເກີດຂຶ້ນຢູ່ແຂວງຈາວາຕາເວັນອອກ,ແລະຈະປະເມີນຄືນໃໝ່ຕໍ່ຄວາມສາມາດໃນການຈັດຕັ້ງການແຂ່ງຈັນຂອງເຈົ້າພາບແລະບັນຫາການຮັກສາຄວາມປອດໄພໃນການແຂ່ງຂັນບານເຕະຂອງອິນໂດເນເຊຍ.

ທ່ານນິໂຄ ອາຟີນຕາ, ຫົວໜ້າກົມຕຳຫຼວດຂອງແຂວງຈາວາຕາເວັນອອກ ກ່າວໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນມື້ດຽວກັນວ່າ, ໃນການແຂ່ງຂັນບານເຕະທີ່ຈັດຂຶ້ນຢູ່ນະຄອນມາລາງ ໃນຕອນຄ່ຳວັນທີ 1 ຕຸລານີ້, ຍ້ອນຜູ້ສະໜັບສະໜູນທີມທີ່ເສຍໄຊບໍ່ພໍໃຈຕໍ່ຜົນການແຂ່ງຂັນ, ມີຄົນຈຳນວນຫຼວງຫຼາຍໄດ້ຂ້າມ ຮົ້ວເຂົ້າໃນສະໜາມເຕະບານ, ແລ້ວເກີດການປະທະກັນແລະການຢຽບກັນ, ເຊິ່ງເຮັດໃຫ້ມີຄົນເສຍຊີວິດ 125 ຄົນລວມທັງຕຳຫຼວດ 2 ຄົນ, ແລະບາດເຈັບ 180 ຄົນ.

ທ່ານນິໂຄ ອາຟີນຕາກ່າວວ່າ, ໃນການປະທະກັນມີ 34 ຄົນເສຍຊີວິດກັບທີ່, ຍັງມີຄົນ ຈຳນວນໜຶ່ງເສຍຊີວິດຢູ່ໂຮງໝໍຫຼືໃນກາງທາງໄປໂຮງໝໍ. ຕາມຜົນການສຳຫຼວດໃນເບື້ອງຕົ້ນ ສະແດງໃຫ້ເຫັນວ່າ: ຜູ້ປະສົບເຄາະຮ້າຍສ່ວນຫຼາຍແມ່ນເສຍຊີວິດຍ້ອນການຢຽບກັນ.

Share this story on

Messenger Pinterest LinkedIn