ພາສາລາວ

ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໄຂ້ເລືອດອອກຢູ່ຫວຽດນາມໃນປີນີ້ມີຫຼາຍກວ່າ 210.000 ກໍລະນີ

cri2022-09-23 16:39:47
Share
Share this with Close
Messenger Pinterest LinkedIn

ວັນທີ22ກັນຍານີ້ ກະຊວງສາທາລະນະສຸກຫວຽດນາມໄດ້ເປີດເຜີຍຂໍ້ມູນສະແດງໃຫ້ເຫັນວ່າ: ນັບແຕ່ປີນີ້ເປັນຕົ້ນມາ ຢູ່ຫວຽດນາມ ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໄຂ້ເລືອດອອກໄດ້ເພີ່ມຂຶ້ນຫຼາຍກວ່າ 210.000 ກໍລະນີ,ຈຳນວນຜູ້ເສຍຊີວິດຍ້ອນພະຍາດນີ້ມີ 87 ຄົນ.

ອີງຕາມຂໍ້ມູນຂອງກະຊວງສາທາລະນະສຸກຫວຽດນາມສະແດງໃຫ້ເຫັນວ່າ: ນັບມາຮອດວັນທີ22ກັນຍານີ້,ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໄຂ້ເລືອດອອກຢູ່ຫວຽດນາມໃນປີນີ້ມີຫຼາຍເຖິງ 211.388 ກໍລະນີ. ໃນນັ້ນ ໂຮຈິມີນເປັນນະຄອນທີ່ມີຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໄຂ້ເລືອດອອກແລະຈຳນວນຜູ້ເສຍຊີວິດຫຼາຍກວ່າໝູ່,ໃນນະຄອນດັ່ງກ່າວນີ້ ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໄຂ້ເລືອດອອກມີ 56.870 ກໍລະນີ,ແລະຈຳນວນຜູ້ເສຍຊີວິດມີ 23 ຄົນ.

Share this story on

Messenger Pinterest LinkedIn