ພາສາລາວ

ໂຮງໝໍມິດຕະພາບກຳປູເຈຍ-ຈີນທີ່ຈີນຊ່ວຍກໍ່ສ້າງເລີ່ມເປີດນຳໃຊ້ຢ່າງເປັນທາງການແລ້ວ

cri2022-03-22 10:20:28
Share
Share this with Close
Messenger Pinterest LinkedIn

ໂຮງໝໍມິດຕະພາບກຳປູເຈຍ-ຈີນແປຣະ ໂກຊະມັກກຳປູເຈຍທີ່ຈີນຊ່ວຍກໍ່ສ້າງ ໄດ້ເລີ່ມເປີດ ນຳໃຊ້ຢ່າງເປັນທາງການແລ້ວໃນວັນທີ 21 ມີນານີ້ ໂດຍມີທ່ານຮຸນແຊນ ນາຍົກລັດຖະມົນ ຕີກຳປູເຈຍ ແລະ ທ່ານຫວາງເຫວີນທ່ຽນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍ ເຂົ້າຮ່ວມພິທີເປີດນຳໃຊ້ໂຮງໝໍດັ່ງກ່າວ ແລະໃຫ້ກຽດຕັດແຖບຜ້າ.

ໃນພິທີ, ທ່ານຮຸນແຊນໄດ້ສະແດງຄວາມຂອບໃຈປະເທດຈີນທີ່ໄດ້ຊ່ວຍສ້າງໂຄງການ ດັ່ງກ່າວ ໂດຍກ່າວວ່າ: “ນີ້ແມ່ນໝາກຜົນທີ່ໄດ້ຮັບຈາກມິດຕະພາບກຳປູເຈຍ-ຈີນອີກຢ່າງໜຶ່ງ ເຊິ່ງເປັນການຊ່ວຍເຫຼືອດ້ານການແພດທີ່ສຳຄັນຍິ່ງທີ່ກຳປູເຈຍໄດ້ຮັບ, ໂຄງການດັ່ງກ່າວ ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນກຳປູເຈຍໃນການດຳລົງຊີວິດຢ່າງມີສຸຂະພາບແຂງແຮງ.”

ໂຮງໝໍມິດຕະພາບກຳປູເຈຍ-ຈີນແປຣະ ໂກຊະມັກ ຕັ້ງຢູ່ໃຈກາງນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ, ເລີ່ມກໍ່ສ້າງໃນເດືອນຕຸລາປີ 2018, ເນື້ອທີ່ປຸກສ້າງມີປະມານ 15.000 ຕາແມັດ, ມີຄວາມກວ້າງທັງໝົດ 33.000 ຕາແມັດ.

Share this story on

Messenger Pinterest LinkedIn