ພາສາລາວ

ນັກວິຊາການສິງກະໂປເຫັນວ່າ: ເສດຖະກິດຈີນມີທ່າແຮງໃນຫຼາຍດ້ານ

cri2022-03-21 11:24:29
Share
Share this with Close
Messenger Pinterest LinkedIn

ເມື່ອບໍ່ດົນມານີ້, ທ່ານເຊ້ຍຕົ້ງໝີງ, ຜູ້ຮັບຜິດຊອບການຄົ້ນຄວ້າກ່ຽວກັບປະເທດຈີນຂອງທະນາຄານ OCBC ຂອງສິງກະໂປ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ເສດຖະກິດຈີນມີທ່າແຮງໃນຫຼາຍດ້ານ ເຊັ່ນ: ສາມາດວາງນະໂຍບາຍ ຫຼືມາດຕະການຕ່າງໆເພື່ອປັບປຸງເປັນຕົ້ນ.

ທ່ານ ເຊ້ຍຕົ້ງໝີງ ກ່າວວ່າ: ໃນໄລຍະມໍ່ໆມານີ້, ໃນທົ່ວໂລກໄດ້ເກີດມີກໍລະນີທີ່ລາຄາພະລັງງານ ແລະລາຄາສິນຄ້າລາຍໃຫຍ່ອື່ນໆຖີບຕົວສູງຂຶ້ນຢ່າງຫຼວງຫຼາຍ. ຕໍ່ກັບເລື່ອງນີ້, ລັດຖະບານຈີນໄດ້ນຳໃຊ້ນະໂຍບາຍປັບປຸງຫຼາຍຢ່າງ. ນີ້ກໍຄືທ່າແຮງຂອງເສດຖະກິດຈີນໃນດ້ານການປະຕິບັດນະໂຍບາຍ ທີ່ສາມາດຫຼຸດຜ່ອນຜົນກະທົບທີ່ມີຕໍ່ການສະໜອງ ກໍຄືຕໍ່ເສດຖະກິດ.

ທ່ານ ເຊ້ຍຕົ້ງໝີງ ຍັງກ່າວຕື່ມວ່າ: ເນື່ອງຈາກວ່າໃນໄລຍະມໍ່ໆມານີ້, ລາຄາພະລັງງານ ແລະອັດຕາເງິນເຟີ້ໃນທົ່ວໂລກຖີບຕົວສູງຂຶ້ນຍ້ອນສາເຫດຫຼາຍດ້ານ, ຄວາມຕ້ອງການຕໍ່ພະລັງງານໃໝ່ໃນໄລຍະຍາວກໍຈະນັບມື້ນັບຫຼາຍຂຶ້ນເຊັ່ນກັນ. ພະລັງງານໃໝ່ມີຄວາມຫວັງຈະມີບົດບາດທີ່ນັບມື້ນັບສຳຄັນກວ່າເກົ່າໃນເສດຖະກິດຈີນ. ຈີນໄດ້ຢືນຢູ່ອັນດັບແຖວໜ້າຂອງໂລກໃນຂົງເຂດຈຳນວນໜຶ່ງ, ເຊື່ອວ່ານີ້ຈະເຮັດໃຫ້ເສດຖະກິດຈີນມີທ່າແຮງດ້ານການແຂ່ງຂັນ.

Share this story on

Messenger Pinterest LinkedIn