ພາສາລາວ

ລັດຖະບານສິງກະໂປວາງນະໂຍບາຍເພື່ອຮັບມືກັບລາຄາອາຫານ ແລະພະລັງງານທີ່ຖີບຕົວສູງຂຶ້ນ

cri2022-03-20 15:48:11
Share
Share this with Close
Messenger Pinterest LinkedIn

ສິງກະໂປເປັນປະເທດທີ່ຕ້ອງອາໄສການນຳເຂົ້າສິນຄ້າເປັນສ່ວນໃຫຍ່. ໃນຫວ່າງມໍ່ໆມານີ້, ສະຖານະການອູແກຣນມີຄວາມເຄັ່ງຕຶງຢ່າງຕໍ່ເນື່ອງ ເຊິ່ງໄດ້ສ້າງຜົນກະທົບໃຫ້ກັບສິງກະໂປ ທີ່ເປັນປະເທດຕ້ອງນຳເຂົ້າອາຫານ ແລະພະລັງງານເປັນຈຳນວນຫຼວງຫຼາຍ.

ເພື່ອຜ່ອນຄາຍຄວາມກົດດັນຈາກອັດຕາເງິນເຟີ້, ກ່ອນໜ້ານີ້ບໍ່ດົນ, ລັດຖະບານສິງກະໂປໄດ້ວາງນະໂຍບາຍຕ່າງໆ ເພື່ອຮັບມືກັບລາຄາສິນຄ້າທີ່ຖີບຕົວສູງຂຶ້ນ, ພ້ອມທັງຮ່ວມມືກັບວິສາຫະກິດຂາຍຍ່ອຍຂະໜາດໃຫຍ່ ເພື່ອຮັບປະກັນລາຄາສິນຄ້າບໍລິໂພກປະຈຳວັນ ໃຫ້ຢູ່ໃນລະດັບທີ່ປະຊາຊົນສາມາດຈັບຈ່າຍໄດ້. ນອກນີ້, ຍັງໄດ້ໃຫ້ການຊ່ວຍເຫຼືອແກ່ຄອບຄົວທີ່ມີລາຍໄດ້ຕ່ຳ ແລະໃຫ້ການຊ່ວຍເຫຼືອແກ່ວິສາຫະກິດຂະໜາດກາງ ແລະນ້ອຍ ໃນດ້ານການປະກອບອາຊີບ ແລະອື່ນໆ.

Share this story on

Messenger Pinterest LinkedIn