ພາສາລາວ

ການຄ້າເອເລັກໂຕນິກຂ້າມຊາດເຂດກວາງຊີຈີນໄດ້ສົ່ງອອກສິນຄ້າສູ່ຫວຽດນາມ ງວດທຳອິດດ້ວຍການຂົນສົ່ງຜ່ານທາງຫຼວງແລະທາງທະເລເຊື່ອມຕໍ່ກັນ

cri2022-03-20 15:35:44
Share
Share this with Close
Messenger Pinterest LinkedIn

ວັນທີ 19 ມີນານີ້, ສິນຄ້າສົ່ງອອກງວດໜຶ່ງທີ່ມີມູນຄ້າ 1,62 ລ້ານຢວນຂອງວິສາຫະ ກິດທຸລະກິດເອເລັກໂຕນິກຂ້າມຊາຍແດນໄດ້ຂົນຂຶ້ນກຳປັ່ນຢູ່ດ່ານທ່າກຳປັ່ນຊິ່ນໂຈ່ວ ເຂດກວາງຊີ່ ເພື່ອສົ່ງອອກສູ່ຫວຽດນາມ, ສິນຄ້າງວດນີ້ໄດ້ຂົນສົ່ງໂດຍຜ່ານທາງຫຼວງ ແລ້ວຜ່ານທາງທະເລອີກ ເຊິ່ງເປັນ ສິນຄ້າທຸລະກິດເອກເລັກໂຕນິກຂ້າມຊາຍແດນ ງວດທຳອິດຂອງເຂດກວາງຊີທີ່ສົ່ງອອກຕ່າງປະເທດ ໂດຍຜ່ານຊ່ອງທາງໃໝ່ທີ່ ເຊື່ອມຕໍ່ທັງທາງບົກແລະທາງທະເລ ຢູ່ພາກຕາເວັນຕົກຂອງຈີນ.

ຕາມຂ່າວແຈ້ງວ່າ, ທ່າກຳປັ່ນຊິນໂຈ່ວ ແມ່ນຈຸດເຊື່ອມຕໍ່ທາງບົກແລະທາງທະເລຢູ່ ພາກຕາເວັນຕົກຂອງຈີນ ເຊິ່ງໄດ້ສ້າງຊ່ອງທາງຂົນສົ່ງສິນຄ້າທີ່ໝັ້ນທ່ຽງ, ມີປະສິດທິພາບ ແລະ ສະດວກກວ່າເກົ່າສຳລັບວິສາຫະກິດທຸລະກິດເອກເລັກໂຕນິກ ຂອງຈີນສົ່ງອອກສິນຄ້າສູ່່ບັນດາປະເທດໃນອາຊຽນ.

Share this story on

Messenger Pinterest LinkedIn