ພາສາລາວ

ລັດຖະບານຫວຽດນາມກຽມຈະຈັດພະຍາດໂຄວິດ-19ເປັນພະຍາດຕິດແປດປະເພດB

cri2022-03-18 16:52:28
Share
Share this with Close
Messenger Pinterest LinkedIn

ອີງຕາມແຜນການສະບັບໃໝ່ກ່ຽວກັບການປ້ອງກັນແລະຄວບຄຸມພະຍາດໂຄວິດ-19ທີ່ລັດຖະບານຫວຽດນາມປະກາດໃນຕອນຄ່ຳວັນທີ17ມີນານີ້, ລັດຖະບານຫວຽດນາມຈະປັບຈຸດຄວບຄຸມສະພາບພະຍາດ ຈາກຜູ້ຖືກບົ່ງມະຕິຕິດເຊື້ອພະຍາດເພີ່ມໃໝ່ຕໍ່ມື້ ປ່ຽນໄປສຸມໃສ່ກໍລະນີຜູ້ທີ່ມີອາກາສາຫັດ, ສາຫັດທີ່ສຸດທີ່ຕ້ອງການປິ່ນປົວນອນໂຮງໝໍແລະຜູ້ເສຍຊີວິດ.

ນອກນີ້ ລັດຖະບານຫວຽດນາມຍັງໄດ້ປະກາດແຜນການປ້ອງກັນແລະຄວບຄຸມການລະບາດຂອງພະຍາດໂຄວິດ-19 ປີ2022-2023 ໃນວັນທີ17ມີນານີ້, ຫວຽດນາມຈະຄົ້ນຄວ້າແລະອີງຕາມສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ຈະຕັດພະຍາດໂຄວິດ-19ອອກຈາກລາຍຊື່ພະຍາດຕິດແປດປະເພດA, ແລະຈັດເຂົ້າໃນພະຍາດຕິດແປດປະເພດB, ໂດຍຈະປັບປຸງມາດຕະການປ້ອງກັນແລະຄວບຄຸມຕາມພາຍຫຼັງ.

Share this story on

Messenger Pinterest LinkedIn