ພາສາລາວ

ລັດຖະບານໄທມີແຜນຈະຍົກເລີກຄຳສັ່ງໃຫ້ໃສ່ຜ້າອັດປາກເທື່ອລະກ້າວນັບແຕ່ເດືອນກໍລະກົດປີນີ້ເປັນຕົ້ນໄປ

cri2022-03-18 16:49:32
Share
Share this with Close
Messenger Pinterest LinkedIn

ເຈົ້າໜ້າທີ່ກະຊວງສາທາລະນະສຸກໄທກ່າວໃນວັນທີ17ມີນານີ້ວ່າ,ລັດຖະບານໄທມີແຜນຈະຫັນພະຍາດໂຄວິດ-19ເປັນພະຍາດທ້ອງຖິ່ນນັບແຕ່ເດືອນກໍລະກົດປີນີ້ເປັນຕົ້ນໄປ ເຊິ່ງຈະມີຜົນກະທົບຫຼາຍຕໍ່ມາດຕະການປ້ອງກັນ,ຄວບຄຸມແລະປິ່ນປົວພະຍາດ ພ້ອມດ້ວຍຂໍ້ກຳນົດທີ່ກ່ຽວຂ້ອງຂອງໄທ. ລັດຖະບານຕ້ອງປັບປຸງຄຳສັ່ງສຳລັບການປ້ອງກັນພະຍາດທີ່ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງກັບຂະບວນການປ່ຽນແປງດັ່ງກ່າວ. ໃນນັ້ນ ຂໍ້ກຳນົດທີ່ຕ້ອງໃສ່ຜ້າອັດປາກຢູ່ສະຖານທີ່ສາທາລະນະນັ້ນກໍຈະປ່ຽນແປງ,ຄາດວ່າຮອດເວລານັ້ນຈະອະນຸຍາດໃຫ້ປະຊາຊົນບໍ່ໃສ່ຜ້າອັດປາກຢູ່ສະຖານທີ່ບາງແຫ່ງ,ສຳລັບສະຖານທີ່ແຫ່ງທຳອິດທີ່ບໍ່ຕ້ອງໃສ່ຜ້າອັດປາກນັ້ນ ແມ່ນສວນສາທາລະນະ.

ໃນວັນທີ7ມີນາຜ່ານມານີ້,ກອງປະຊຸມຄະນະກຳມະການພະຍາດຕິດແປດແຫ່ງຊາດໄທໄດ້ ຮັບຮອງເອົາແຜນການຫັນພະຍາດໂຄວິດ-19ເປັນພະຍາດທ້ອງຖິ່ນ ໂດຍໄດ້ກຳນົດບາດກ້າວຈັດຕັ້ງປະຕິບັດເປັນແຕ່ລະຂັ້ນຕອນ,ເພື່ອຫວັງຢາກໃຊ້ເວລາສີ່ເດືອນ ນັບແຕ່ນີ້ຮອດເດືອນກໍລະກົດປີນີ້ ຈະຫັນພະຍາດໂຄວິດ-19ເປັນພະຍາດທ້ອງຖິ່ນ.

Share this story on

Messenger Pinterest LinkedIn