ພາສາລາວ

ລົດໄຟຂະບວນປະສົມຕາມທາງລົດໄຟຈີນລາວ-ລາວໄທເລີ່ມເປີດບໍລິການ

cri2022-03-18 10:53:58
Share
Share this with Close
Messenger Pinterest LinkedIn

ວັນທີ 16 ມີນານີ້, ລົດໄຟຂະບວນປະສົມຕາມທາງລົດໄຟສາກົນຈີນລາວ-ລາວໄທໃນຕອນລາວ-ໄທ ໄດ້ເລີ່ມເປີດບໍລິການຢູ່ສະຖານີວຽງຈັນໃຕ້ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ໃນບັນດາຂະບວນລົດໄຟຕາມຊ່ອງໃໝ່ທາງບົກ-ທາງທະເລ ໄດ້ເພີ່ມ “ຂະບວນປະສົມຕາມທາງລົດໄຟສາກົນຈີນ-ລາວ-ໄທ”.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງກ່າວວ່າ, ການເຊື່ອມຕໍ່ກັນລະຫວ່າງທາງລົດໄຟຈີນ-ລາວ ແລະ ທາງລົດໄຟລາວ-ໄທ ແມ່ນໝາກຜົນອັນໃຫຍ່ຫຼວງຈາກການເຊື່ອມຈອດກັນລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ກັບ ຍຸດທະສາດຂອງຄູ່ຮ່ວມສາກົນ ເຊັ່ນ: ລາວ ແລະ ໄທເປັນຕົ້ນ, ເຊິ່ງໄດ້ເຮັດໃຫ້ປະເທດຈີນແລະປະເທດຢູ່ແຫຼມອິນດູຈີນ ເຊັ່ນ: ລາວ, ໄທ ແລະ ກຳປູເຈຍເປັນຕົ້ນ ມີເສັ້ນທາງຂົນສົ່ງທາງບົກຊ່ອງໃໝ່ທີ່ສະດວກ.

Share this story on

Messenger Pinterest LinkedIn