ພາສາລາວ

ສະຫະພາບເອີລົບລື່ນກາຍອາຊຽນກາຍເປັນຄູ່ການຄ້າໃຫຍ່ທີ່ສຸດຂອງຈີນອີກເທື່ອໜຶ່ງ

cri2022-03-18 10:32:25
Share
Share this with Close
Messenger Pinterest LinkedIn

ອີງຕາມຕົວເລກທີ່ກະຊວງການຄ້າຈີນປະກາດໃນວັນທີ 17 ມີນານີ້ໃຫ້ຮູ້ວ່າ:ໃນ 2 ເດືອນຕົ້ນປີ 2022, ຍອດມູນຄ່າການຄ້າລະຫວ່າງຈີນ ກັບ ສະຫະພາບເອີລົບບັນລຸເຖິງ 137,16 ຕື້ໂດລາ, ຫຼາຍກວ່າຍອດມູນຄ່າການຄ້າລະຫວ່າງຈີນ ກັບ ອາຊຽນ 570 ລ້ານໂດລາ. ເຮັດໃຫ້ໄລຍະ 2 ເດືອນຕົ້ນປີນີ້, ສະຫະພາບເອີລົບລື່ນກາຍອາຊຽນກາຍເປັນຄູ່ການຄ້າໃຫຍ່ທີ່ສຸດຂອງຈີນອີກເທື່ອໜຶ່ງ.

ກ່ອນໜ້ານີ້, ຄູ່ການຄ້າອັນດັບໜຶ່ງຂອງຈີນແມ່ນສະຫະພາບເອີລົບມາໂດຍຕະຫຼອດ. ຈົນມາເຖິງປີ 2019, ການຄ້າລະຫວ່າງຈີນ ກັບ ອາຊຽນໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ໃນມື້ດຽວກັນ, ອາຊຽນໄດ້ລື່ນກາຍອາເມຣິກາກາຍເປັນຄູ່ການຄ້າໃຫຍ່ອັນດັບສອງຂອງຈີນເປັນເທື່ອທຳອິດ. ປີ 2020, ອາຊຽນພັດທະນາໄວທີ່ສຸດ ລື່ນກາຍສະຫະພາບເອີລົບກາຍເປັນຄູ່ການຄ້າໃຫຍ່ທີ່ສຸດຂອງຈີນ ແລະ ປີ 2021ຜ່ານມາ ອາຊຽນເປັນຄູ່ການຄ້າອັນດັບໜຶ່ງຂອງຈີນເປັນປີທີສອງຕິດຕໍ່ກັນ.

Share this story on

Messenger Pinterest LinkedIn