ພາສາລາວ

ມຽນມາຜ່ອນຄາຍມາດຕະການປ້ອງກັນພະຍາດໂຄວິດ-19 ໂດຍອະນຸຍາດໃຫ້ຈັດກິດຈະກຳທີ່ີມີໜ້ອຍກວ່າ 400 ຄົນເຂົ້າຮ່ວມ

cri2022-03-17 11:04:56
Share
Share this with Close
Messenger Pinterest LinkedIn

ວັນທີ 15 ມີນານີ້, ກະຊວງສາທາລະນະສຸກມຽນມາແຈ້ງໃຫ້ຮູ້ວ່າ, ຍ້ອນວ່າອັດຕາການຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ແລະ ອັດຕາເສຍຊີວິດຍ້ອນພະຍາດໂຄວິດ-19 ຫຼຸດຕ່ຳລົງ, ສະນັ້ນ, ນັບແຕ່ວັນທີ 16 ມີນານີ້ເປັນຕົ້ນໄປມຽນມາໄດ້ອະນຸຍາດໃຫ້ຈັດກິດຈະກຳທີ່ມີໜ້ອຍກວ່າ 400 ຄົນເຂົ້າຮ່ວມ. ແຕ່ໃນເວລາຈັດກິດຈະກຳ ຕ້ອງປະຕິບັດຕາມຂໍ້ກຳນົດການປ້ອງກັນພະຍາດຢ່າງເຂັມງວດ.

ກະຊວງສາທາລະນະສຸກມຽນມາໄດ້ປະກາດໃນວັນທີ 29 ຕຸລາປີ 2021ຜ່ານມາວ່າ, ໄດ້ເພີ່ມຈຳນວນຄົນທີ່ຈຳກັດເຂົ້າຮ່ວມກິດຈະກຳຈາກ 50 ຄົນໄປຮອດ 100 ຄົນ. ແຕ່ມາຮອດວັນທີ 30 ທັນວາປີ 2021, ກະຊວງສາທາລະນະສຸກມຽນມາກໍ່ໄດ້ປະກາດອະນຸຍາດໃຫ້ຈັດກິດຈະກຳສາສະໜາ ແລະ ພິທີຊາປະນະກິດສົບທີ່ບໍ່ມີຫຼາຍກວ່າ 200 ຄົນເຂົ້າຮ່ວມ.

ຂ່າວແຈ້ງໃຫ້ຮູ້ວ່າ,ປັດຈຸບັນ ພາກສ່ວນກ່ຽວຂ້ອງຂອງນະຄອນມັນດາເລ ແລະ ທ້ອງຖິ່ນອື່ນໆຂອງມຽນມາໄດ້ເລີ່ມກຽມຈັດກິດຈະກຳສະຫຼອງບຸນສົງການທີ່ຈະຈັດຂຶ້ນໃນກາງເດືອນເມສາແລ້ວ.

Share this story on

Messenger Pinterest LinkedIn