ພາສາລາວ

ທ່ານ ສີຈິ້ນຜິງ ລົມກັບປະທານາທິບໍດີອິນໂດເນເຊຍຜ່ານທາງໂທລະສັບ

cri2022-03-17 11:09:56
Share
Share this with Close
Messenger Pinterest LinkedIn

ວັນທີ 16 ມີນານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ລົມກັບທ່ານ ໂຈໂຄ ວິໂດໂດ ປະທານາທິບໍດີອິນໂດເນເຊຍຜ່ານທາງໂທລະສັບ.

ທ່ານ ສີຈິ້ນຜິງ ກ່າວວ່າ, ສອງຝ່າຍຕ້ອງຈັດຕັ້ງປະຕິບັດເປັນຢ່າງດີຕໍ່ກັບຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງພວກເຮົາກ່ຽວກັບການລົງເລິກການຮ່ວມມືດ້ານວັກຊີນໂຄວິດ-19 ເປັນຕົ້ນ, ສືບຕໍ່ເພີ່ມທະວີການຮ່ວມມືຕ້ານພະຍາດໂຄວິດ-19. ຕ້ອງຮັບປະກັນການສ້າງທາງລົດໄຟຄວາມໄວສູງຈາກາຕາ-ບັນຕຸງໃຫ້ສຳເລັດ ແລະ ເປີດບໍລິການຕາມເວລາກຳນົດ, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃນຄຸນະພາບສູງ, ເພີ່ມພະລັງແຮງໃຫ້ການພັດທະນາຂອງອິນໂດເນເຊຍ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ໄວຂຶ້ນກວ່າເກົ່າ. ຝ່າຍຈີນສະໜັບສະໜູນອິນໂດເນເຊຍໃນການເສີມຂະຫຍາຍບົດບາດທີ່ເປັນປະທານປະທານໝູນວຽນຂອງກຸ່ມ 20 ປະເທດ ແລະ ຈັດກອງປະຊຸມສຸດຍອດບາຫຼີໃຫ້ດີ.

ທ່ານ ໂຈໂຄ ວິໂດໂດ ກ່າວວ່າ, ອິນໂດເນເຊຍຍິນດີຮ່ວມກັບຈີນ ສ້າງທາງລົດໄຟຄວາມໄວສູງຈາກາຕາ-ບັນຕຸງໃຫ້ສຳເລັດຕາມເວລາກຳນົດ ເພື່ອສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດ. ອິນໂດເນເຊຍຫວັງຢາກດຳເນີນການຮ່ວມມືສາມຝ່າຍກັບປະເທດຈີນ ເພື່ອຊ່ວຍອິນໂດເນເຊຍກໍ່ສ້າງນະຄອນຫຼວງໃໝ່. ຫວັງວ່າຝ່າຍຈີນຈະສືບຕໍ່ສະໜັບສະໜູນການສ້າງ “ແລວເສດຖະກິດສັງລວມຢູ່ພາກພື້ນ” ແລະ ເຂດອຸດສາຫະກຳແບບສີຂຽວຂອງອິນໂດເນເຊຍ.

ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບສະພາບການອູແກຣນ ແລະເປັນເອກະສັນກັນເຫັນວ່າ ຄວນຍຶດໝັ້ນການຊຸກຍູ້ການເຈລະຈາສັນຕິພາບ, ປ້ອງກັນບໍ່ໃຫ້ເກີດວິກິດການມະນຸດສະທຳຂະໜາດໃຫຍ່, ຄວບຄຸມຜົນສະທ້ອນທາງລົບຈາກການລົງໂທດຕໍ່ເສດຖະກິດໂລກ ແລະ ຫຼີກເວັ້ນບໍ່ໃຫ້ຖ່ວງດຶງຂະບວນການຟື້ນຟູເສດຖະກິດຂອງໂລກ.

Share this story on

Messenger Pinterest LinkedIn