ພາສາລາວ

ຈີນກ່າວວ່າ ການເດີນເຮືອຂອງຕົນສອດຄ່ອງກັບກົດໝາຍ ແລະ ຄວາມຊິນເຄີຍຂອງສາກົນ

cri2022-03-16 11:43:17
Share
Share this with Close
Messenger Pinterest LinkedIn

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍກະຊວງການຕ່າງປະເທດຈີນໃນຕອນບ່າຍວັນທີ 15 ມີນານີ້, ມີນັກຂ່າວໄດ້ຖາມໂຄສົກກ່ຽວກັບເລື່ອງຟິລິບປິນຕຳໜິກຳປັ່ນຂອງກອງທັບເຮືອຈີນເດີນຜ່ານເຂດທະເລໝູ່ເກາະຟິລິບປິນຢ່າງຜິດກົດໝາຍ.

ຕໍ່ກັບເລື່ອງນີ້, ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນຕອບວ່າ: ກຳປັ່ນຂອງກອງທັບເຮືອຈີນເດີນຜ່ານເຂດທະເລໝູ່ເກາະຟິລິບປິນນັ້ນ ແມ່ນນຳໃຊ້ສິດເດີນຜ່ານແບບບໍ່ມີຜົນຮ້າຍໂດຍອີງຕາມ “ສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍກົດໝາຍທະເລ”. ການເຄື່ອນໄຫວເດີນເຮືອຂອງຈີນ ແມ່ນມີຄວາມປອດໄພ ແລະ ເປັນລະບຽບແບບແຜນ, ພ້ອມທັງສອດຄ່ອງກັບກົດໝາຍ ແລະ ຄວາມຊິນເຄີຍຂອງສາກົນ. ພວກເຮົາຫວັງວ່າຝ່າຍທີ່ກ່ຽວຂ້ອງຈະມີທັດສະນະທີ່ພາວະວິໄສ ແລະ ມີສະຕິ.

Share this story on

Messenger Pinterest LinkedIn