ພາສາລາວ

ຂະບວນລົດໄຟຂົນສົ່ງສິນຄ້າຖ້ຽວທຳອິດຈາກສະຖານີວັງວຽງອອກເດີນທາງໄປປະເທດຈີນແລ້ວ

cri2022-01-21 11:01:19
Share
Share this with Close
Messenger Pinterest LinkedIn

ເວລາ 19 ໂມງ 5 ນາທີຂອງວັນທີ 19 ມັງກອນນີ້, ຂະບວນລົດໄຟຂົນສົ່ງສິນຄ້າຖ້ຽວທຳອິດຈາກສະຖານີວັງວຽງໄດ້ອອກເດີນທາງໄປນະຄອນຢຸ້ຍຊີແຂວງຢຸນນານປະເທດຈີນຢ່າງເປັນທາງການ.

ເຈົ້າໜ້າທີ່ສະຖານີວັງວຽງກ່າວວ່າ: ຂະບວນລົດໄຟຖ້ຽວນີ້ມີ 20 ຕູ້, ສິນຄ້າມີນ້ຳໜັກທັງໝົດ 1.234 ໂຕນ, ຕົ້ນຕໍແມ່ນແຮ່ເຫຼັກ.

ຕາມຂ່າວແຈ້ງວ່າ: ເພື່ອຕອບສະໜອງຕາມຄວາມຕ້ອງການດ້ານການຂົນສົ່ງສິນຄ້າທີ່ນັບມື້ນັບຫຼາຍຂຶ້ນ, ບໍລິສັດທາງລົດໄຟລາວ-ຈີນ ທີ່ຮັບຜິດຊອບການປະຕິບັດງານຢູ່ຕາມທາງລົດໄຟລາວ-ຈີນຕອນຢູ່ປະເທດລາວ ໄດ້ຕົກລົງເປີດບໍລິການຂົນສົ່ງສິນຄ້າຈາກສະຖານີວັງວຽງຢ່າງເປັນທາງການໃນວັນທີ 13 ມັງກອນຜ່ານມານີ້. ມາຮອດປັດຈຸບັນ, ຢູ່ຕາມທາງລົດໄຟລາວ-ຈີນຕອນຢູ່ປະເທດລາວໄດ້ເປີດບໍລິການການຂົນສົ່ງສິນຄ້າຈາກ 3 ສະຖານີແລ້ວ ຄື: ສະຖານີວຽງຈັນໃຕ້, ສະຖານີວັງວຽງ ແລະ ສະຖານີນາເຕີຍ ເຊິ່ງໄດ້ຂົນສົ່ງສິນຄ້າທັງໝົດຫຼາຍກວ່າ 7 ໝື່ນໂຕນ.

Share this story on

Messenger Pinterest LinkedIn