ພາສາລາວ

“ງານສະແດງດົນຕີເພື່ອຕ້ອນຮັບປີໃໝ່ຈີນ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຢ່າງສຳເລັດຜົນ

cri2022-01-19 16:14:15
Share
Share this with Close
Messenger Pinterest LinkedIn

ວັນທີ 18 ມັງກອນນີ້, “ງານສະແດງດົນຕີເພື່ອຕ້ອນຮັບປີໃໝ່ຈີນ” ໄດ້ຈັດຂຶ້ນຢູ່ໂຮງລະຄອນແຫ່ງຊາດຈີນຢ່າງສຳເລັດຜົນ, ໂດຍມີສະມາຄົມຄົ້ນຄວ້າປັດຊະຍາຂົງຈື້ສາກົນ, ສູນຈີນ-ອາຊຽນຮ່ວມກັນເປັນເຈົ້າພາບ. ທ່ານທົງສະຫວັນ ເພຍເທບ ອັກຄະລັດຖະທູດທີ່ປຶກສາທັງເປັນຫົວໜ້າຫ້ອງການສະຖານທູດລາວປະຈຳຈີນພ້ອມດ້ວຍພັນລະຍາ, ຜູ້ຕາງໜ້າຂອງສະຖານທູດຍີ່ປຸ່ນ, ສ.ເກົາຫຼີ, ມາເລເຊຍ, ສິງກະໂປ, ກຳປູເຈຍ, ອິນໂດເນເຊຍ, ຟີລິບປີນ, ໄທ, ຫວຽດນາມແລະປະເທດອາຊຽນອື່ນໆປະຈຳຈີນໄດ້ເຂົ້າຮ່ວມຊົມໃນຄັ້ງນີ້.

ທ່ານເຈຍຢົງເຕີ ປະທານສະມາຄົມຄົ້ນຄວ້າປັດຊະຍາຂົງຈື້ສາກົນໄດ້ກ່າວປາໄສວ່າ: ສະມາຄົມຄົ້ນຄວ້າປັດຊະຍາຂົງຈື້ສາກົນໄດ້ສຸມກຳລັງເພື່ອເປັນຜູ້ສືບທອດວັດທະນະທຳດັ້ງເດີມອັນດີເດັ່ນ, ເປັນຜູ້ປົກປັກຮັກສາລັກສະນະຄວາມຫຼາກຫຼາຍດ້ານອະລິຍະທຳ, ເປັນຜູ້ຈັດຕັ້ງປະຕິບັດການສົນທະນາລະຫວ່າງອະລິຍະທຳຕ່າງໆຢ່າງສະເໝີຕົ້ນສະເໝີປາຍ, ແລະຈະຮ່ວມກັນກັບວົງການຕ່າງໆສືບຕໍ່ເຜີຍແຜ່ທັດສະນະຄວາມຫຼາກຫຼາຍດ້ານອະລິຍະທຳ.

ທ່ານເສິນເຕີໄຫ ຜູ້ອຳນວຍການໃຫຍ່ສູນຈີນ-ອາຊຽນກໍໄດ້ກ່າວວ່າ: ສູນຈີນ-ອາຊຽນຈະສືບຕໍ່ເສີມຂະຫຍາຍບົດບາດອັນຕັ້ງໜ້າທີ່ສ້າງຕັ້ງຂຶ້ນເປັນເວລາ 10 ປີມານີ້, ເພື່ອຊຸກຍູ້ການແລກປ່ຽນດ້ານວັດທະນະທຳສັງຄົມລະຫວ່າງຈີນກັບອາຊຽນ.

Share this story on

Messenger Pinterest LinkedIn