ພາສາລາວ

ຈີນສະໜັບສະໜູນອາຊຽນແກ້ໄຂບັນຫາມຽນມາດ້ວຍວິທີແບບອາຊຽນຢ່າງເໝາະສົມ

cri2022-01-11 15:09:10
Share
Share this with Close
Messenger Pinterest LinkedIn

ຂ່າວແຈ້ງວ່າ ວັນທີ 7 ມັງກອນນີ້, ທ່ານມິນອອງລາຍ ຜູ້ນຳອາວຸໂສຂອງມຽນມາໄດ້ພົບປະກັບທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍຢູ່ນະຄອນຫຼວງເນປີດໍ. ສອງຝ່າຍດ້ອອກຖະແຫຼງການຮ່ວມກັນວ່າ, ມຽນມາຍິນດີຕ້ອນຮັບທູດພິເສດກ່ຽວກັບບັນຫາມຽນມາຂອງອາຊຽນເພື່ອເຂົ້າຮ່ວມການເຈລະຈາຢຸດຍິງລະຫວ່າງມຽນມາ ກັບ ກອງກຳລັງປະກອບອາວຸດຊົນເຜົ່າ, ຈະຈັດໂອກາດໃຫ້ທູດພິເສດອາຊຽນໄດ້ພົບປະກັບທຸກຝ່າຍທີ່ກ່ຽວຂ້ອງໂດຍອີງຕາມສະຖານະການຢູ່ມຽນມາ ແລະ ກ່າວເນັ້ນວ່າ: ການຈັດຕັ້ງປະຕິບັດ “ຄວາມຮັບຮູ້ຮ່ວມກັນ 5 ຂໍ້” ຂອງອາຊຽນຈະຊ່ວຍໃຫ້ “ແຜນການ5 ຂໍ້” ຂອງມຽນມາ ປະສົບຜົນເປັນຈິງ. ກ່ຽວກັບເລື່ອງນີ້, ໃນເວລາຕອບຄຳຖາມຂອງນັກຂ່າວ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ:

ຈີນສະໜັບສະໜູນອາຊຽນແກ້ໄຂບັນຫາມຽນມາດ້ວຍວິທີແບບອາຊຽນຢ່າງເໝາະສົມ ໂດຍຈັດຕັ້ງປະຕິບັດ “ຄວາມຮັບຮູ້ຮ່ວມກັນ 5 ຂໍ້” ໃຫ້ປະສົບຜົນສຳເລັດພາຍໃຕ້ຂອບອາຊຽນ. ພວກຂ້າພະເຈົ້າຊົມເຊີຍມຽນມາທີ່ສ້າງເງື່ອນໄຂທີ່ດີເພື່ອໃຫ້ທູດພິເສດອາຊຽນໄດ້ເຄື່ອນໄຫວປະຕິບັດຫນ້າທີ່ ແລະ ຊຸກຍູ້ໃຫ້ “ແຜນການ 5 ຂໍ້” ຂອງມຽນມາ ກັບ “ຄວາມຮັບຮູ້ຮ່ວມກັນ 5 ຂໍ້” ຂອງອາຊຽນສາມາດເຂົ້າກັນໄດ້ຢ່າງມີປະສິດທິຜົນ.ຈີນຈະອອກແຮງສະໜັບສະໜູນກຳປູເຈຍ ເຊິ່ງເປັນປະເທດປະທານໝູນວຽນຂອງອາຊຽນເສີມຂະຫຍາຍບົດບາດອັນຕັ້ງໜ້າ, ປະກອບສ່ວນອັນສຳຄັນເພື່ອໃຫ້ຝ່າຍຕ່າງໆຂອງມຽນມາແກໄຂ້ຂໍ້ຂັດແຍ້ງກັນດ້ວຍການສົນທະນາທາງການທູດ ແລະ ຟື້ນຟູສະຖຽນລະພາບ ແລະ ການພັດທະນາໄດ້ຢ່າງວ່ອງໄວ.

Share this story on

Messenger Pinterest LinkedIn