ພາສາລາວ

ພິທີເປີດການເຄື່ອນໄຫວເດີນຕາມເສັ້ນທາງລົດໄຟລາວ-ຈີນຂອງຊາວໜຸ່ມສອງປະເທດລາວ-ຈີນ ຈັດຂຶ້ນຢູ່ນະຄອນຄຸນໝິງ

cri2021-12-07 15:34:15
Share
Share this with Close
Messenger Pinterest LinkedIn

ວັນທີ 6 ທັນວານີ້, ພິທີເປີດການເຄື່ອນໄຫວເດີນຕາມເສັ້ນທາງລົດໄຟລາວ-ຈີນຂອງຊາວໜຸ່ມສອງປະເທດລາວ-ຈີນ ເພື່ອສະເຫຼີມສະຫຼອງການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນຢ່າງເປັນທາງການ ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ ພ້ອມທັງໄດ້ຈັດພິທີຢູ່ນະຄອນຫຼວງວຽງຈັນທາງອອນລາຍ. ຜູ້ຕາງໜ້າຂອງສູນກາງຊາວໜຸ່ມ ແລະພາກສ່ວນທາງລົດໄຟສອງປະເທດລາວ ແລະຈີນ, ເຈົ້າໜ້າທີ່ສະຖານກົງສຸນ ສປປ ລາວປະຈຳນະຄອນຄຸນໝິງ, ຜູ້ຕາງໜ້າຊາວໜຸ່ມວົງການຕ່າງໆ 300 ກວ່າທ່ານ ໄດ້ເຂົ້າຮ່ວມພິທີຄັ້ງນີ້.

ມື້ດຽວກັນ, ຊາວໜຸ່ມສອງປະເທດລາວ ແລະຈີນໄດ້ຂີ່ລົດໄຟລາວ-ຈີນ ແລະໃນອາທິດຕໍ່ໄປຈະຢ້ຽມຢາມບາງເຂດທີ່ຢູ່ລຽບຕາມເສັ້ນທາງລົດໄຟລາວ-ຈີນຕອນຢູ່ປະເທດຈີນ ເພື່ອດຳເນີນກິດຈະກຳຕ່າງໆ ເຊັ່ນ: ປູກ “ຕົ້ນໄມ້ມິດຕະພາບຊາວໜຸ່ມລາວ-ຈີນ” ຢູ່ເຂດຊາຍແດນລາວ-ຈີນ, ຢ້ຽມຢາມສູນລ້ຽງຊ້າງອາຊີ, ໃຫ້ບໍລິການອາສາສະໝັກຢູ່ໂຮງຮຽນປະຖົມ ແລະອື່ນໆ.

ໃນເວລາກ່າວຄຳປາໄສໃນພິທີດັ່ງກ່າວ, ທ່ານບຸນຕາ ເທບພະວົງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກ່າວວ່າ: ເມື່ອຫວນຄືນປະຫວັດສາດທີ່ຜ່ານມາເຫັນໄດ້ວ່າ: ປະຊາຊົນສອງຊາດລາວ-ຈີນ ໂດຍສະເພາະຊາວໜຸ່ມສອງປະເທດລາວ-ຈີນ ໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະກັນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ ຕາມທິດສັງຄົມນິຍົມ ເຊິ່ງໄດ້ກາຍເປັນຂີດໝາຍປະຫວັດສາດສຳລັບສາຍພົວພັນສາກົນທີ່ພົບເຫັນໄດ້ຍາກ, ເປັນກົດເກນແຫ່ງການຄົງຕົວ ແລະຂະຫຍາຍຕົວຂອງ ສອງຊາດຈົນມາຮອດປັດຈຸບັນ. ພວກເຮົາຕ້ອງພ້ອມກັນຖືເອົາກາລະໂອກາດທີ່ມີຄ່ານີ້ ສ້າງປະໂຫຍດອັນສູງສຸດໃຫ້ກັບປະເທດຊາດອັນແສນຮັກ, ໃຫ້ກັບອົງການຈັດຕັ້ງຊາວໜຸ່ມ ແລະໃຫ້ກັບຕົນເອງ.

Share with:

2021-12-07 15:34:15 cri

Share this story on

Messenger Pinterest LinkedIn