ພາສາລາວ

ຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນຖ້ຽວທຳອິດໄດ້ໄປຮອດນະຄອນຄຸນໝິງຂອງຈີນແລ້ວ

cri2021-12-06 15:58:20
Share
Share this with Close
Messenger Pinterest LinkedIn

ໂດຍຜ່ານການແລ່ນລົດໃນໄລຍະທາງ 1.035 ກິໂລແມັດ, ຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນຖ້ຽວທຳອິດ ທີ່ອອກຈາກນະຄອນຫຼວງວຽງຈັນຂອງລາວ ໄດ້ຂົນສົ່ງຢາງພາລາ ແລະສິນຄ້າອື່ນໆ ໄປຮອດສະຖານີລົດໄຟຫວາງເຈ່ຍຢີງຂອງນະຄອນຄຸນໝິງຂອງຈີນແລ້ວ ໃນຕອນຄ່ຳວັນທີ 5 ທັນວານີ້. ໃນເວລາ 10 ໂມງ 30 ນາທີຂອງຕອນເຊົ້າວັນທີ 6 ທັນວານີ້, ກຸ່ມບໍລິສັດຢຸນນານນົງເຂີນ ໄດ້ຈັດພິທີມອບ-ຮັບຢາງພາລາຂອງຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນຖ້ຽວທຳອິດ (ນະຄອນຫຼວງວຽງຈັນ-ນະຄອນຄຸນໝິງ) ຢູ່ສະຖານີລົດໄຟດັ່ງກ່າວ.

ຕາມຂ່າວແຈ້ງວ່າ: ຢາງພາລາໃນຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນຖ້ຽວນີ້ ມີມູນຄ່າ 10 ລ້ານຢວນ, ເປັນໜຶ່ງໃນຜະລິດຕະພັນຕ່າງໆທີ່ກຸ່ມບໍລິສັດຢຸນນານນົງເຂີນໄດ້ສົ່ງເສີມການຮ່ວມມືກັບລາວໃນດ້ານຢາງພາລາ ແລະດໍາເນີນການພັດທະນາກະສິກຳແບບສັງລວມ.

Share with:

2021-12-06 15:58:20 cri

Share this story on

Messenger Pinterest LinkedIn