ພາສາລາວ

ຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນເດີນທາງໄປຮອດດ່ານບໍ່ຫານ

cri2021-12-04 14:25:05
Share
Share this with Close
Messenger Pinterest LinkedIn

ວັນທີ 3 ທັນວານີ້, ທາງລົດໄຟລາວ-ຈີນໄດ້ເປີດການນຳໃຊ້ຢ່າງເປັນທາງການແລ້ວ, ລົດໄຟຂະບວນຟູ້ຊີ່ງຢູ່ນະຄອນຄຸນໝິງຂອງຈີນ ແລະຂະບວນລ້ານຊ້າງຢູ່ນະຄອນຫຼວງວຽງຈັນຂອງລາວ ໄດ້ອອກເດີນທາງພ້ອມກັນ. ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ລົດໄຟຜູ້ໂດຍສານສອງຂະບວນດັ່ງກ່າວ ສາມາດໄປຮອດແຕ່ດ່ານຂອງປະເທດຕົນເທົ່ານັ້ນ. ສ່ວນຂະບວນລົດໄຟຂົນສົ່ງສິນຄ້າສາມາດໄປມາລະຫວ່າງນະຄອນຄຸນໝິງ ແລະນະຄອນຫຼວງວຽງຈັນໄດ້.

ຕອນບ່າຍວັນທີ 3 ທັນວານີ້, ລົດໄຟຂົນສົ່ງສິນຄ້າຂະບວນທຳອິດຂອງທາງລົດໄຟລາວ-ຈີນ ໄດ້ອອກເດີນທາງຈາກສະຖານີຄຸນໝິງ ແລະໃນເວລາ 6 ໂມງປາຍຂອງວັນທີ 4 ທັນວານີ້ ໄດ້ເດີນທາງໄປຮອດດ່ານສາກົນບໍ່ຫານ ,ກຳລັງກະກຽມຈະອອກຈາກດ່ານ ແລະມຸ່ງໜ້າໄປສູ່ປະເທດລາວ.

Share with:

2021-12-04 14:25:05 cri

Share this story on

Messenger Pinterest LinkedIn