ທ່ານສີຈິ້ນຜິງ ແລະ ທ່ານທອງລຸນ ສີສຸລິດໃຫ້ກຽດເຂົ້າຮ່ວມພິທີເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວ
ຕອນບ່າຍວັນທີ 3 ທັນວານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ, ແລະ ທ່ານທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວໂດຍຜ່ານຮູບແບບວີດີໂອ.
ທ່ານສີຈິ້ນຜິງໄດ້ຕາງໜ້າໃຫ້ພັກກອມມູນິດຈີນ ລັດຖະບານຈີນ ແລະປະຊາຊົນຈີນສະແດງຄວາມຊົມເຊີນຢ່າງສຸດໃຈຕໍ່ການເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວ, ແລະສະແດງຄວາມເຄົາລົບນັບຖືຢ່າງສູງຕໍ່ຜູ້ກໍ່ເຂົ້າຮ່ວມການກໍ່ສ້າງສອງປະເທດ.
ທ່ານສີຈິ້ນຜິງກ່າວວ່າ, ປີ 2015, ຂ້າພະເຈົ້າໄດ້ຮ່ວມກັບຜູ້ນຳປະເທດລາວ, ເຮັດຂໍ້ຕົກລົງອັນສຳຄັນທີ່ຮ່ວມກັນສ້າງເສັ້ນທາງລົດໄຟຈີນ-ລາວ. ນັບແຕ່ໄດ້ເລີ່ມ ກໍ່ສ້າງເປັນເວລາ 5 ປີມານີ້, ຈີນ ແລະລາວໄດ້ຮ່ວມແຮງຮ່ວມໃຈກັນ ແລະ ປະສານງານກັນຢ່າງແໜ້ນແຟ້ນ, ໄດ້ບຸກເບີກເສັ້ນທາງ ແລະ ສ້າງຂົວຂ້າມຢູ່ຕາມພູຜາປ່າໄມ້, ໄດ້ສຳເລັດໜ້າທີ່ການກໍ່ສ້າງຢ່າງມີຄຸນນະພາບສູງ ແລະລະດັບສູງ, ໄດ້ນຳໃຊ້ການກະທຳຕົວຈິງເພື່ອສະທ້ອນຄວາມໝາຍອັນເລິກເຊິ່ງຂອງຈິດໃຈຄູ່ຮ່ວມຊາຕາກຳຈີນ-ລາວ, ໄດ້ສະແດງໃຫ້ເຫັນເຖິງທ່າແຮງພິເສດຂອງລະບອບສັງຄົມນິຍົມຂອງສອງປະເທດທີ່ໄດ້ສຸມກຳລັງແຮງເພື່ອປະຕິບັດພາລະກິດອັນຍິ່ງໃຫຍ່.
ທ່ານສີຈິ້ນຜິງຊີ້ອອກວ່າ, ເສັ້ນທາງລົດໄຟຈີນ-ລາວແມ່ນໂຄງການແບບຢ່າງທີ່ສອງຝ່າຍຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫຼັງຈາກເສັ້ນທາງລົດໄຟເລີ່ມເປີດບໍລິການແລ້ວ, ຈາກນະຄອນຄຸນໝິງປະເທດຈີນໄປຮອດນະຄອນຫຼວງວຽງຈັນປະເທດລາວຈະບໍ່ແມ່ນໄລຍະທາງທີ່ຍາວໄກອີກແລ້ວ. ສອງຝ່າຍຄວນສືບຕໍ່ສຸມຄວາມພະຍາຍາມ, ປະຕິບັດວຽກງານໃຫ້ໄດ້ຮັບຜົນສຳເລັດຕື່ມອີກ, ຮັກສາເສັ້ນທາງລົດໄຟໃຫ້ດີ ແລະ ດຳເນີນທຸລະກິດໃຫ້ດີ, ບຸກເບີກ ແລະ ສ້າງສາບໍລິເວນລຽບຕາມເສັ້ນທາງລົດໄຟໃຫ້ດີ, ສ້າງເສັ້ນທາງທີ່ປຽບເໝືອນຄຳ, ແລະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດ.