ພາສາລາວ

ທາງລົດໄຟຈີນ-ລາວເປີດນຳໃຊ້ຢ່າງເປັນທາງການຈະເປັນການຮັບປະກັນອັນເຂັ້ມແຂງໃຫ້ກັບການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ

cri2021-12-03 19:06:41
Share
Share this with Close
Messenger Pinterest LinkedIn

ວັນທີ 3 ທັນວານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ,ປະທານປະເທດແຫ່ງ ສປ ຈີນ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວໄດ້ຮ່ວມກັນເປັນສັກຂີພິຍານໃນພິທີເປີດນຳໃຊ້ທາງລົດໄຟຈີນ-ລາວຢ່າງເປັນທາງການໂດຍຮູບແບບຜ່ານທາງວິດີໂອ. ມາຮອດນີ້, ຜ່ານການສູ້ຊົນຢ່າງຫຍຸ້ງຍາກລຳບາກມາເປັນເວລາ 6 ປີ,ທາງລົດໄຟຈີນ-ລາວທີ່ມີຄວາມຍາວ 1.035 ກິໂລແມັດກໍ່ໄດ້ສ້າງສຳເລັດແລະເປີດນຳໃຊ້ຢ່າງເປັນທາງການ, ປະເທດລາວໄດ້ກ້າວສູ່ຍຸກແຫ່ງການຂົນສົ່ງດ້ວຍທາງລົດໄຟ. ໃນຖານະເປັນໂຄງການທີ່ເປັນສັນຍາລັກມິດຕະພາບຈີນ-ລາວທັງຢູ່ໃນຂອບຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ທາງລົດໄຟຈີນ-ລາວຈະເປັນການຮັບປະກັນອັນເຂັ້ມແຂງໃຫ້ແກ່ການສ້າງແລວເສດຖະກິດຈີນ-ລາວແລະການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ສຳເລັດໄວຂຶ້ນ; ພ້ອມດຽວກັນນີ້ກໍ່ໄດ້ຊ່ວຍໃຫ້ປະເທດລາວບັນລຸຄວາມມຸ່ງຫວັງຂອງຕົນໃນການຫັນ “ປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດ ເຊື່ອມໂຍງເຊື່ອມຈອດກັບພາກພື້ນ”,ພ້ອມທັງຈະອຳນວຍຄວາມສະດວກໃຫ້ແກ່ການອອກເດີນທາງຂອງປະຊາຊົນ,ຊ່ວຍຊຸກຍູ້ການພັດທະນາໃນດ້ານຕ່າງໆເຊັ່ນ:ການທ່ອງທ່ຽວ,ກະສິກຳແລະອື່ນໆກໍຄືການສ້າງຕົວເມືອງທັນສະໄໝຢູ່ລຽບຕາມແລວທາງລົດໄຟຈີນ-ລາວ.

ທາງລົດໄຟຈີນ-ລາວແມ່ນເສັ້ນທາງແຫ່ງມິດຕະພາບ. ການສ້າງທາງລົດໄຟຈີນ-ລາວໄດ້ຮັບການຊີ້ນຳແລະຊຸກຍູ້ຢ່າງແຂງແຮງຈາກການນຳຂັ້ນສູງຂອງສອງຝ່າຍຢ່າງສະເໝີຕົ້ນສະເໝີປາຍ, ທ່ານເລຂາທິການໃຫຍ່ສີຈິ້ນຜິງໄດ້ແລກປ່ຽນຄວາມຄິດເຫັນກັບຜູ້ນຳສູງສຸດຂອງລາວຫຼາຍຄັ້ງ,ທ່ານໄດ້ເອົາໃຈໃສ່ແລະວາງແຜນການໂດຍກົງ,ເພື່ອຮັບປະກັນໃຫ້ການສ້າງທາງລົດໄຟຈີນ-ລາວມີຄວາມຄືບໜ້າຢ່າງສະດວກ,ມີວິໄສທັດເບິ່ງກວ້າງເຫັນໄກ,ແລະກະກຽມລ່ວງໜ້າເປັນຢ່າງດີ,ແລະໄດ້ເນັ້ນໜັກ “ການເສີມຂະຫຍາຍບົດບາດຄວາມເປັນແບບຢ່າງຂອງໂຄງການທາງລົດໄຟຈີນ-ລາວແລະໂຄງການໃຫຍ່ອື່ນໆໃຫ້ຂະຫຍາຍລົງກວ້າງອອກ”,ເພື່ອເປັນຫຼັກການພື້ນຖານແລະເປັນທິດຊີ້ນຳໃນການເຄື່ອນໄຫວຊຸກຍູ້ວຽກງານການສ້າງທາງລົດໄຟລະຫວ່າງສອງຝ່າຍ.

ປັດຈຸບັນ, ປະເທດຈີນໄດ້ກາຍເປັນປະເທດແຫຼ່ງລົງທຶນຕ່າງປະເທດໃຫຍ່ອັນດັບໜຶ່ງແລະຄູ່ຮ່ວມການຄ້າໃຫຍ່ອັນດັບສອງຂອງປະເທດລາວ. ຕາມຕົວເລກຂໍ້ມູນຫຼ້າສຸດຂອງກະຊວງການຄ້າຈີນສະແດງໃຫ້ເຫັນວ່າ: ແຕ່ເດືອນມັງກອນຫາເດືອນມິຖຸນາຂອງປີນີ້, ມູນຄ່າການຄ້າສອງຝ່າຍຈີນ-ລາວໄດ້ບັນລຸເຖິງ 14,89 ຕື້ຢວນ,ເພີ່ມຂຶ້ນ 36,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ແຕ່ກ່ອນ,ການຂົນສົ່ງສິນຄ້າຈາກຈີນໄປລາວຕ້ອງໃຊ້ເວລາ 20 ກວ່າວັນ, ຖ້າຂົນສົ່ງໂດຍລົດໄຟຂະບວນນີ້ຈະໃຊ້ເວລາພຽງແຕ່ 4 ຫາ 5 ວັນເທົ່ານັ້ນ. ກໍ່ຄືດັ່ງທີ່ທ່ານ ລັດຕະນະມະນີ ຄຸນນິວົງ ອະດີດຮອງລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ, ຫົວໜ້າຜູ້ປະສານງານໂຄງການທາງລົດໄຟລາວ-ຈີນເວົ້າວ່າ: “ການສ້າງທາງລົດໄຟລາວ-ຈີນຈະເປັນການເພີ່ມທະວີການແລກປ່ຽນດ້ານເສດຖະກິດການຄ້າແລະການແລກປ່ຽນດ້ານວັດທະນະທຳລະຫວ່າງສອງປະເທດລາວ-ຈີນຕື່ມອີກ,ທັງເປັນການຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.” ໃນຖານະເປັນໂຄງການທີ່ເປັນສັນຍາລັກມິດຕະພາບຈີນ-ລາວຢູ່ໃນຂອບຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”, ທາງລົດໄຟຈີນ-ລາວຈະເປັນການຮັບປະກັນອັນເຂັ້ມແຂງໃຫ້ແກ່ການສ້າງແລວເສດຖະກິດຈີນ-ລາວແລະການສ້າງຄູ່ຮ່ວມຊາຕາກຳລາວ-ຈີນໃຫ້ສຳເລັດໄວຂຶ້ນຕື່ມອີກ.

ທາງລົດໄຟຈີນ-ລາວແມ່ນເສັ້ນທາງແຫ່ງການພັດທະນາ. ການຫັນ “ປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ” ບໍ່ພຽງແຕ່ແມ່ນຄວາມຝັນຂອງປະຊາຊົນລາວເທົ່ານັ້ນ,ຍັງໄດ້ກາຍເປັນເປົ້າໝາຍສຳຄັນໃນການພັດທະນາຂອງຊາດລາວນຳອີກ. ປັດຈຸບັນ, ຄຽງຄູ່ກັບທາງລົດໄຟຈີນ-ລາວໄດ້ສ້າງສຳເລັດແລະເປີດນຳໃຊ້ຢ່າງເປັນທາງການແລ້ວ, ນີ້ກໍຄືກະແຈໃໝ່ທີ່ສອງປະເທດຈີນ-ລາວຜະລິດຮ່ວມກັນເຊິ່ງຈະສາມາດໄຂປະຕູໃຫຍ່ແຫ່ງຄວາມຝັນຂອງປະຊາຊົນລາວໃນການຫັນ “ປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ”. ທະນາຄານໂລກໄດ້ເຜີຍແຜ່ບົດລາຍງານສະບັບໜຶ່ງໂດຍສະແດງໃຫ້ເຫັນວ່າ: ເມື່ອເບິ່ງໃນໄລຍະຍາວແລ້ວ, ໂດຍຜ່ານການເຊື່ອມຕໍ່ກັບເຄືອຂ່າຍ “ໜຶ່ງແລວໜຶ່ງເສັ້ນທາງ”, ທາງລົດໄຟຈີນ-ລາວໃນຖານະເປັນສາຍພານຂອງລາວທີ່ເຊື່ອມຕໍ່ກັບຕ່ອງໂສ້ການສະໜອງຂອງໂລກຈະສາມາດສ້າງລາຍຮັບລວມໃຫ້ແກ່ປະເທດລາວເພີ່ມຂຶ້ນ 21%,ພ້ອມທັງເປັນແຮງດຶງດູດນັກລົງທຶນເຂົ້າສູ່ປະເທດລາວນັບມື້ນັບຫຼາຍຂຶ້ນ. ທາງລົດໄຟສາຍນີ້ຈະຫຼຸດຄ່າຂົນສົ່ງລະຫວ່າງນະຄອນຫຼວງວຽງຈັນຂອງປະເທດລາວ-ນະຄອນຄຸນໝິງແຂວງຢຸນໜານປະເທດຈີນໃຫ້ຕ່ຳລົງ 40 ຫາ 50%. ຮອດປີ 2030, ແຕ່ລະປີ, ການຄ້າຂ້າມຊາຍແດນຜ່ານປະເທດລາວຕາມແລວທາງລົດໄຟຈີນ-ລາວຈະບັນລຸເຖິງ 3,9 ລ້ານໂຕນ.

ພ້ອມກັນນັ້ນ, ການເປີດນຳໃຊ້ຂອງທາງລົດໄຟຈີນ-ລາວຈະຊຸກຍູ້ໃຫ້ຂະແໜງການຕ່າງໆຂອງປະເທດລາວເຊື່ອມໂຍງເຂົ້າກັນແລະພັດທະນາໄດ້ໄວຂຶ້ນ, ສ້າງໂອກາດປະກອບອາຊີບໄດ້ຢ່າງຫຼວງຫຼາຍ, ທັງເປັນການເພີ່ມລາຍຮັບແລະໂອກາດການພັດທະນາໃຫ້ແກ່ປະຊາຊົນລຽບຕາມທາງລົດໄຟຮັ່ງມີຂຶ້ນ, ເຮັດໃຫ້ເຂດທຸກຍາກລຽບຕາມທາງລົດໄຟພົ້ນຈາກສະພາບຄວາມທຸກຍາກໄວຂຶ້ນກວ່າເກົ່າ, ເປັນການແກ້ໄຂຂອດອຸດຕັນໃນການພັດທະນາເສດຖະກິດຂອງລາວໃນປັດຈຸບັນ.

ທາງລົດໄຟຈີນ-ລາວແມ່ນເສັ້ນທາງສ້າງຄວາມຮັ່ງມີ. ທາງລົດໄຟຈີນ-ລາວໄດ້ສ້າງຜົນປະໂຫຍດທີ່ແທ້ຈິງໃຫ້ແກ່ປະຊາຊົນທຳມະດາຂອງລາວແລະຈະສ້າງຜົນປະໂຫຍດຢ່າງຕໍ່ເນື່ອງໃນອະນາຄົດ. ໃນໄລຍະ 5 ປີຜ່ານມາທີ່ເລີ່ມລົງມືກໍ່ສ້າງທາງລົດໄຟຈີນ-ລາວ, ໄດ້ສ້າງໂອກາດມີວຽກເຮັດງານທຳໃຫ້ກັບປະຊາຊົນທ້ອງຖິ່ນຫຼາຍກວ່າ 1 ລ້ານ 1 ໝື່ນເທື່ອຄົນ, ຊ່ວຍເຫຼືອ ບ້ານທີ່ລຽບຕາມແລວທາງລົດໄຟສ້າງເສັ້ນທາງປູຢາງແລະສ້າງຮ່ອງນ້ຳປະມານ 2.000 ກິໂລແມັດ, ຈັດຊື້ວັດສະດຸກໍ່ສ້າງຈາກທ້ອງຖິ່ນມີມູນຄ່າຫຼາຍກວ່າ 5,1 ຕື້ຢວນ. ປັດຈຸບັນ, ຊາວບ້ານທັງຫຼາຍໃນປະເທດລາວໄດ້ເຫັນໂອກາດການຄ້າຈາກທາງລົດໄຟ, ແລະໄດ້ກຽມພ້ອມແລ້ວເພື່ອຊອກຫາໂອກາດສ້າງຄວາມຮັ່ງມີຂຶ້ນຈາກທາງລົດໄຟສາຍນີ້. ເມື່ອ“ໄດ້ຍິນວ່າຈະເປີດນຳໃຊ້ລົດທາງລົດໄຟຈີນ-ລາວແລ້ວ, ຊາວບ້ານທັງຫຼາຍໄດ້ພາກັນຕັ້ງຄວາມຫວັງວ່າຈະເປີດຮ້ານອາຫານ, ໂຮງແຮມເຮືອນພັກແລະອື່ນໆຢູ່ລຽບຕາມທາງລົດໄຟຈີນ-ລາວ, ຈະຂົນສົ່ງໝາກໄມ້ແລະສັດປີກຂອງຕົນໄປຄຳຂາຍຢູ່ຊາຍແດນລາວ-ຈີນ, ເພື່ອດຳເນີນທຸລະກິດກັບຄົນຈີນ!”

ທາງລົດໄຟຈີນ-ລາວແມ່ນເສັ້ນທາງທີ່ສ້າງຄວາມສະດວກ. ເຂດທີ່ລຽບຕາມທາງລົດໄຟຈີນ-ລາວມີຊັບພະຍາກອນການທ່ອງທ່ຽວອັນອຸດົມສົມບູນ, ພາຍຫຼັງທາງລົດໄຟສ້າງສຳເລັດແລ້ວ, ຈາກນະຄອນຫຼວງວຽງຈັນ ສປປ ລາວຫາເຂດຊາຍແດນລະຫວ່າງລາວ-ຈີນໃຊ້ເວລາພຽງ 4 ຊົ່ວໂມງເທົ່ານັ້ນ, ຄາດວ່າຈະມີປະຊາຊົນລາວ 4 ລ້ານຄົນແລະນັກທ່ອງທ່ຽວທີ່ມາຈາກປະເທດອ້ອມໃກ້ຄຽງຫຼາຍກວ່າ 10 ລ້ານຄົນໃຊ້ລົດໄຟຈີນ-ລາວໃນແຕ່ລະປີ. ພ້ອມກັນນັ້ນ, ທາງລົດໄຟຈີນ-ລາວຍັງຈະຊ່ວຍປັບປຸງເຄືອຂ່າຍຄົມມະນາຄົມຂອງລາວທີ່ມີຢູ່ໃນປັດຈຸບັນໃຫ້ມີປະສິດທິພາບສູງຂຶ້ນ, ປະຊາຊົນລາວຫຼາຍກວ່າເກົ່າກໍ່ຈະພາກັນກ້າວອອກບ້ານເກີດຕົນຂີ່ລົດໄຟທີ່ສະອາດແລະສະດວກສະບາຍໄປທ່ຽວຊົມນະຄອນຫຼວງວຽງຈັນ, ໄປໄຫວ້ພະທາດຫຼວງແລະວັດພະແກ້ວຢູ່ກັບບ່ອນ, ນອກນັ້ນຍັງຈະຈະກ້າວອອກໄປຕ່າງປະເທດເພື່ອທ່ຽວຊົມທິວທັດທຳມະຊາດທີ່ສວຍງາມຂອງປະເທດອື່ນ.

ທາງລົດໄຟຈີນ-ລາວແມ່ນເສັ້ນທາງທີ່ອະນຸລັກສິ່ງແວດລ້ອມ. ການສ້າງທາງລົດໄຟຈີນ-ລາວແມ່ນນອນຢູ່ໃນເຂດລ້ອງແມ່ນ້ຳລ້າງຊ້າງ-ແມ່ນ້ຳຂອງ, ໃນເວລາການກໍ່ສ້າງ, ຝ່າຍຕ່າງໆໄດ້ປະຕິບັດມາດຕະການອະນຸລັກສິ່ງແວດລ້ອມຢ່າງເຂັ້ມງວດ, ນ້ຳທີ່ໃຊ້ໃນການກໍ່ສ້າງຕ້ອງຜ່ານການບຳບັດລະດັບ 3 ເອ, ພາຍຫຼັງກວດກາຖືກກັບມາດຕະຖານແລ້ວຈຶ່ງລະບາຍໄດ້. ຢູ່ກິ່ງແຂວງສິບສອງພັ່ນນາປະເທດຈີນ, ເພື່ອອະນຸລັກຊ້າງປ່າ, ໜ່ວຍງານເຂົ້າຮ່ວມການສ້າງທາງລົດໄຟຈີນ-ລາວໄດ້ເລືອກສ້າງອຸມົງຜ່ານເຂດສະຫງວນທຳມະຊາດຊ້າງປ່າ, ເພື່ອຫຼຸດຜົນກະທົບທີ່ມີຕໍ່ສິ່ງແວດລ້ອມທຳມະຊາດຂອງທ້ອງຖິ່ນ. ຢູ່ເມືອງວັງວຽງເຊິ່ງເປັນຕົວເມືອງທ່ອງທ່ຽວທີ່ສຳຄັນຂອງປະເທດລາວ, ຜູ້ອອກແບບການສ້າງທາງລົດໄຟລາວ-ຈີນໄດ້ຍຶດໝັ້ນໃນແນວຄວາມຄິດການອະນຸລັກສິ່ງແວດລ້ອມ, ສ້າງອຸມົງຢູ່ເມືອງຕາເວັນອອກຂອງເຂດພູດອຍ. ໃນຂະບວນການກໍ່ສ້າງທາງລົດໄຟຈີນ-ລາວທັງໝົດໄດ້ພິຈາລະນາເຖິງປະສິດທິຜົນທາງເສດຖະກິດແລະການອະນຸລັກສິ່ງແວດລ້ອມ, ໄດ້ເພີ່ມພະລັງແຮງໃຫ້ກັບການພັດທະນາຕາມທິດສີຂຽວໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ.

ທາງລົດໄຟຈີນ-ລາວແມ່ນເສັ້ນທາງທີ່ເຊື່ອມຈອດກັນ. ນຳໃຊ້ທາງລົດໄຟຈີນ-ລາວເຊື່ອມຕໍ່ຊ່ອງທາງໃໝ່ອອກສູ່ທະເລ, ປະເທດລາວຈະເຊື່ອມຕໍ່ກັບເຂດພາກຕາເວັນຕົກຂອງຈີນ, ແລ້ວເຊື່ອມຕໍ່ຂະບວນລົດໄຟຈີນ-ເອີລົບໄດ້ອີກດ້ວຍ. ພ້ອມກັນນັ້ນ, ນະຄອນຫຼວງວຽງຈັນບໍ່ແມ່ນຈຸດສຸດທ້າຍຂອງທາງລົດໄຟຈີນ-ລາວ. ວັນທີ 28 ຕຸລາປີ 2020, ໂຄງການຮ່ວມມືທາງລົດໄຟຈີນ-ໄທໄດ້ວາງແຜນສ້າງທາງລົດໄຟຄວາມໄວສູງເນັ່ງໄປຮອດຈັງຫວັດໜອງຄາຍທີ່ຕິດກັບຊາຍແດນໄທກັບລາວ, ແລະເຊື່ອມຕໍ່ກັບທາງລົດໄຟຈີນ-ລາວ, ເຮັດໃຫ້ທາງລົດໄຟສາຍນີ້ກາຍເປັນທາງລົດໄຟຫຼັກທີ່ເຊື່ອມຈອດແລວທາງເສດຖະກິດຈີນ-ແຫຼມອິນດູຈີນ. ນອກນັ້ນ, ໂດຍຖືເອົາທາງລົດໄຟຈີນ-ລາວເປັນຈຸດເສົາຄ້ຳ, ການເຊື່ອມຈອດກັນຂອງທາງລົດໄຟຈີນ-ມຽນມາແລະທາງລົດໄຟອື່ນໆຈະປະກອບເປັນເຄືອຂ່າຍທາງລົດໄຟອາຊີຕາເວັນອອກສຽງໃຕ້. ເມື່ອຮອດເວລານັ້ນ, ຈະມີປະເທດອາຊຽນຫຼາຍກວ່າເກົ່າໄດ້ຄິດການເດີນທາງໄປປະເທດຈີນໂດຍຜ່ານປະເທດລາວ, ເຊິ່ງຈະເປັນການຊຸກຍູ້ການບັນລຸຄວາມໃຝ່ຝັນຂອງປະເທດລາວທີ່ທັນ “ປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ”.

ມື້ນີ້, ທາງລົດໄຟຈີນ-ລາວໄດ້ສ້າງສຳເລັດແລະເປີດນຳໃຊ້ຢ່າງເປັນທາງການແລ້ວ, ແຜນການອອກເດີນທາງຈາກນະຄອນຄຸນມິງປະເທດຈີນໃນຕອນເຊົ້າໄປຮອດນະຄອນຫຼວງວຽງຈັນປະເທດລາວໃນຕອນບ່າຍກໍຈະບັນລຸຜົນເປັນຈິງ, ທາງລົດໄຟສາຍນີ້ບໍ່ພຽງແຕ່ເຊື່ອມຈອດສອງປະເທດຈີນ-ລາວເທົ່ານັ້ນ, ຍັງຈະເຊື່ອມຕໍ່ກັບໂລກອີກດ້ວຍ. ທາງລົດໄຟສາຍນີ້ບໍ່ພຽງແຕ່ໄດ້ມຸ່ງໜ້າສູ່ອະນາຄົດເທົ່ານັ້ນ, ຍັງໄດ້ມຸ່ງໜ້າສູ່ຄວາມຈະເລີນຮຸ່ນເຮືອງອີກດ້ວຍ. ແລະຈະສະໜອງແນວຄິດໃໝ່ແລະໂອກາດໃໝ່ໃຫ້ແກ່ການຮ່ວມມືແລະການພັດທະນາຂອງເຂດອາຊີຕື່ມອີກ.

Share this story on

Messenger Pinterest LinkedIn