ພາສາລາວ

ໄທກ່າວວ່າ: ເຊື້ອພະຍາດໂຄວິດ-19ກາຍພັນໂອມິຄຣອນບໍ່ທັນມີຜົນກະທົບຢ່າງຈະແຈ້ງຕໍ່ການຟື້ນຟູການຕ້ອນຮັບນັກທ່ອງທ່ຽວສາກົນຂອງປະເທດຕົນ

cri2021-12-02 11:45:12
Share
Share this with Close
Messenger Pinterest LinkedIn

ວັນທີ 1 ທັນວານີ້, ຫົວໜ້າອົງການທ່ອງທ່ຽວແຫ່ງຊາດໄທກ່າວວ່າ, ນັບມາຮອດປະຈຸບັນ, ເຊື້ອພະຍາດໂຄວິດ-19 ກາຍພັນໂອມິຄຣອນຍັງບໍ່ທັນເກີດມີຜົນກະທົບຢ່າງຈະແຈ້ງຕໍ່ການຟື້ນຟູການຕ້ອນຮັບນັກທ່ອງທ່ຽວສາກົນທີ່ເດີນທາງມາປະເທດຕົນ.

ນັບແຕ່ຟື້ນຟູການເປີດປະເທດຄືນໃໝ່ໃນວັນທີ 1 ພະຈິກເປັນຕົ້ນມາ, ມີຜູ້ຮ້ອງຂໍວີຊາເຂົ້າປະເທດໄທແລ້ວຫຼາຍກວ່າ 3 ແສນຄົນ. ໃນເດືອນພະຈິກທີ່ຜ່ານມາ, ມີນັກທ່ອງທ່ຽວສາກົນຫຼາຍກວ່າ 130000 ຄົນເຂົ້າສູ່ປະເທດໄທ, ເຖິງວ່າຍັງມີຄວາມແຕກໂຕນຫຼາຍກັບຕົວເລກຄາດໝາຍຂອງອົງການທ່ອງທ່ຽວແຫ່ງຊາດໄທກໍຕາມ, ແຕ່ກໍມີທ່າອ່ຽງໂດຍລວມທີ່ດີ. ປະເທດເອີຣົບ ແລະ ອາເມຣິກາເປັນແຫຼ່ງນັກທ່ອງທ່ຽວທີ່ສຳຄັນ, ແຕ່ປະຈຸບັນຢູ່ບາງປະເທດເອີຣົບໄດ້ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19ຮ້າຍແຮງຂຶ້ນອີກຮອບໜຶ່ງ, ຖ້າປະເທດເຫຼົ່ານີ້ໄດ້ໃຊ້ມາດຕະການຄວບຄຸມທີ່ເຂັ້ມງວດອີກເທື່ອໜຶ່ງ, ອາດຈະເຮັດໃຫ້ຈຳນວນຜູ້ເດີນທາງອອກນອກປະເທດຫຼຸດລົງ.

ອົງການທ່ອງທ່ຽວແຫ່ງຊາດໄທຄາດຄະເນວ່າ, ໝົດປີ 2021, ຈຳນວນນັກທ່ອງທ່ຽວສາກົນທີ່ເຂົ້າປະເທດໄທຈະມີ 5 ແສນຄົນ. ເຊິ່ງເປັນຕົວເລກທີ່ແຕກຕ່າງກັບ ໃນປີ 2019 ກ່ອນເກີດມີການແຜ່ລະບາດຂອງພະຍາດໂຄວິດ-19, ປີນັ້ນມີນັກທ່ອງທ່ຽວສາກົນເຂົ້າປະເທດໄທເກືອບ 40 ລ້ານຄົນ.

Share with:

2021-12-02 11:45:12 CRI

ໄທກ່າວວ່າ: ເຊື້ອພະຍາດໂຄວິດ-19ກາຍພັນໂອມິຄຣອນບໍ່ທັນມີຜົນກະທົບຢ່າງຈະແຈ້ງຕໍ່ການຟື້ນຟູການຕ້ອນຮັບນັກທ່ອງທ່ຽວສາກົນຂອງປະເທດຕົນ

Share this story on

Messenger Pinterest LinkedIn