ພາສາລາວ

ທ່ານຈັນສະໝອນ ຈັນຍາລາດຕີລາຄາສູງຕໍ່ໝາກຜົນຂອງກອງປະຊຸມສຸດຍອດເພຶ່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ 30 ປີ

cri2021-11-24 16:54:23
Share
Share this with Close
Messenger Pinterest LinkedIn

ວັນທີ 23 ພະຈິກນີ້, ເຄື່ອງອຸປະກອນຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກອງທັບຈີນຊ່ວຍເຫຼືອກອງທັບລາວໄດ້ສົ່ງໄປເຖິງສະໜາມບິນວັດໄຕນະຄອນຫຼວງວຽງຈັນແລ້ວ. ທ່ານພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ສປປ.ລາວ ແລະທ່ານຈ່າງຈ້າຍຕຸ່ງ ເອກອັກຄະລັດຖະທູດ ສປ.ຈີນປະຈຳ ສປປ.ລາວໄດ້ເຂົ້າຮ່ວມພິທີມອບ-ຮັບ.

ທ່ານຈັນສະໝອນ ຈັນຍາລາດກ່າວວ່າ: ປີນີ້, ກອງທັບປົດປ່ອຍປະຊາຊົນຈີນໄດ້ໃຫ້ກາຍຊ່ວຍເຫຼືອລ້າເຄື່ອງອຸປະກອນຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ກອງທັບປະຊາຊົນລາວ 3 ເທື່ອແລ້ວ, ແລະໄດ້ສົ່ງໜ່ວຍຜູ້ຊ່ຽວຊານມາຊ່ວຍເຫຼືອນຳອີກ, ພວກເຮົາຂໍສະແດງຄວາມຂອບໃຈຢ່າງຈິງໃຈ. ໃນກອງປະຊຸມສຸດຍອດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ 30 ປີ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິ່ເລີ່ມສຳຄັນກ່ຽວກັບການວາງແຜນການຂະຫຍາຍສາຍພົວພັນລະຫວ່າງຈີນກັບອາຊຽນແລະການລົງເລິກການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງຝ່າຍ, ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຢ່າງສູງຕໍ່ການພົວພັນລະຫວ່າງຈີນກັບອາຊຽນ, ການສະໜັບສະໜູນການພັດທະນາປະເທດອາຊຽນແລະໃຫ້ຄວາມເອົາໃຈໃສ່ຕໍ່ຄວາມຜາສຸກຂອງປະຊາຊົນປະເທດອາຊຽນ. ທ່ານທອງລຸນ ສີສຸລິດ ປະທານປະເທດລາວພ້ອມດ້ວຍວົງການຕ່າງໆຂອງປະເທດລາວໄດ້ຕີລາຄາສູງຕໍ່ເລື່ອງນີ້ແລະສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ, ເຊື່ອວ່າຂໍ້ລິເລີ່ມຂອງທ່ານສີຈິ້ນຜິງ ຈະເປັນການຊ່ວຍເຫຼືອຢ່າງແຂງແຮງຕໍ່ບັນດາປະເທດອາຊຽນລວມທັງປະເທດລາວໃນການເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້, ທັງຊ່ວຍຟື້ນຟູເສດຖະກິດຄືນໃໝ່ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ປະເທດລາວຍິນດີຮ່ວມກັບປະເທດຈີນແລະປະເທດອາຊຽນອື່ນໆ, ປະຕິບັດໝາກຜົນຂອງກອງປະຊຸມສຸດຍອດດັ່ງກ່າວໃຫ້ໄດ້ດີ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງອາຊຽນກັບຈີນຂະຫຍາຍຕົວຫຼາຍກວ່າເກົ່າໃນຍຸກໃໝ່.

Share with:

2021-11-24 16:54:23 cri

ທ່ານຈັນສະໝອນ ຈັນຍາລາດຕີລາຄາສູງຕໍ່ໝາກຜົນຂອງກອງປະຊຸມສຸດຍອດເພຶ່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ 30 ປີ

Share this story on

Messenger Pinterest LinkedIn