ພາສາລາວ

ຈັດພິທີເປີດການແລ່ນລົດຂົວມິດຕະພາບກຳປູເຈຍ-ຈີນທີ່ວິສາຫະກິດຈີນເປັນຜູ້ຮັບເໝົາກໍ່ສ້າງ

cri2021-11-24 16:45:40
Share
Share this with Close
Messenger Pinterest LinkedIn

ພິທີເປີດການແລ່ນລົດຂົວມິດຕະພາບກຳປູເຈຍ-ຈີນສະເຕິງຕຣອງ-ໂກຣສຸມາຂອງກຳປູເຈຍໄດ້ຈັດຂຶ້ນໃນວັນທີ 23 ພະຈິກນີ້. ຂົວດັ່ງກ່າວແມ່ນຂົວຂ້າມແມ່ນ້ຳຂອງ,ເຊື່ອມຕໍ່ສອງແຂວງຂອງກຳປູເຈຍຄື: ແຂວງກຳປົງຈາມ ແລະແຂວງຕະບົງຂະມົມ,ມີລວງຍາວທັງໝົດ 1.131 ແມັດ, ກວ້າງ 13,5 ແມັດ.

ໃນພິທີເປີດການແລ່ນລົດທີ່ຈັດຂຶ້ນໃນມື້ດັ່ງກ່າວ, ທ່ານ ຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍກ່າວວ່າ: ໃນຫຼາຍປີຜ່ານມາ, ຈີນໄດ້ສະໜອງເງິນກູ້ພິເສດພ້ອມທັງໄດ້ສ້າງຂົວ,ສ້າງທາງແລະພັດທະນາພະລັງໄຟຟ້າໃຫ້ແກ່ກຳປູເຈຍ.ປະເທດຈີນແມ່ນເພື່ອນທີ່ດີກວ່າໝູ່,ໄດ້ໃຫ້ການຊ່ວຍເຫຼືອພັດທະນາກຳປູເຈຍຢ່າງແທ້ຈິງ. ທ່ານຮຸນເຊັນຍັງກ່າວຕື່ມວ່າ: ຂົວມິດຕະພາບກຳປູເຈຍ-ຈີນສະເຕິງຕຣອງ-ໂກຣສຸມາໄດ້ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນທ້ອງຖິ່ນທີ່ສຸດແລະເປັນການປ່ຽນຈາກການໃຊ້ເຮືອທີ່ທັງຊ້າທັງມີລາຄາແພງ,ພ້ອມທັງໄດ້ຊຸກຍູ້ໃຫ້ການພັດທະນາເສດຖະກິດຢູ່ເຂດໃກ້ຄຽງຢ່າງມີປະສິດທິຜົນ,ຂົວດັ່ງກ່າວບໍ່ພຽງແຕ່ແມ່ນຂົວເຊື່ອມຕໍ່ແຂວງກຳປົງຈາມແລະແຂວງຕະບົງຂະມົມເທົ່ານັ້ນ,ຫາກຍັງແມ່ນຂົວມິດຕະພາບລະຫວ່າງປະຊາຊົນສອງຊາດກຳປູເຈຍ-ຈີນອີກດ້ວຍ.

ໃນພິທີດັ່ງກ່າວ, ໂຄງການທາງຫຼວງແຫ່ງຊາດເລກ 71C ທີ່ຈີນສະໜອງເງິນກູ້ພິເສດແລະເປັນຜູ້ຮັບເໝົາກໍ່ສ້າງນັ້ນກໍ່ໄດ້ປະກາດລົງມືກໍ່ສ້າງຢ່າງເປັນທາງການແລ້ວ.

Share with:

2021-11-24 16:45:40 cri

ຈັດພິທີເປີດການແລ່ນລົດຂົວມິດຕະພາບກຳປູເຈຍ-ຈີນທີ່ວິສາຫະກິດຈີນເປັນຜູ້ຮັບເໝົາກໍ່ສ້າງ

Share this story on

Messenger Pinterest LinkedIn